ການເຄື່ອນໄຫວບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 142 ສິ້ນສຸດລົງຢ່າງຈົບງາມ

2024-06-22 15:41:27 cri

 

    ວັນທີ 21 ມິຖຸນານີ້, ການເຄື່ອນໄຫວບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 142 ໄດ້ສິ້ນສຸດລົງຢ່າງຈົບງາມ.

    ເນື່ອງໃນໂອກາດວັນຕ້ານຢາເສບຕິດສາກົນຄັ້ງທີ 37 ຈະໝູນວຽນມາເຖິງ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດໄດ້ຈັດພິທີລົງລາຍເຊັນຮ່ວມເພື່ອຕ້ານຢາເສບຕິດ ແລະ ເລີ່ມຕົ້ນກິດຈະກຳຕ່າງໆເພື່ອໂຄສະນາການຕ້ານຢາເສບຕິດພາຍໃຕ້ຫົວຂໍ້: “ການໃຊ້ຊີວິດຢ່າງປອດໃສ ສີຂຽວ ແລະ ປອດຢາເສບຕິດ”.

    ຢູ່ເທິງກຳປັ່ນດຳເນີນງານຂອງບັນດາປະເທດທີ່ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໄດ້ຫ້ອຍຄຳຂວັນໂຄສະນາການຕ້ານຢາເສບຕິດດ້ວຍພາສາຕ່າງໆ, ທັງໄດ້ສົ່ງໜ່ວຍງານໂຄສະນາການຕ້ານຢາເສບຕິດຮ່ວມເຂົ້າສູ່ບ້ານ, ໂຮງຮຽນ ແລະ ວິສາຫະກິດທີ່ຢູ່ລຽບຕາມແມ່ນ້ຳຂອງເພື່ອຈັດກິດຈະກຳຕ່າງໆໂຄສະນາການຕ້ານຢາເສບຕິດ, ເຜີຍແຜ່ຄວາມຮູ້ກ່ຽວກັບການຕ້ານຢາເສບຕິດ, ປະຕິເສດຢາເສບຕິດ ແລະ ສະກັດກັ້ນຢາເສບຕິດ ເຊິ່ງໄດ້ສ້າງກະແສໂຄສະນາການຕ້ານຢາເສບຕິດຕາມແມ່ນ້ຳຂອງ ໂດຍຮຽກຮ້ອງໃຫ້ປະຊາຊົນບັນດາປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງຈົ່ງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຕໍ່ຕ້ານອາຊະຍະກຳຢາເສບຕິດຕາມແມ່ນ້ຳຂອງ ແລະ ຮ່ວມກັນສ້າງຊ່ອງທາງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີຄວາມປອດໄພ.