ສຸກສາລາເຂດຊົນນະບົດ ແລະສູນບໍລິການສາທາລະນະສຸກເຂດຊຸມຊົນ ຫຼາຍກວ່າ 75% ຂອງຈີນໄດ້ບັນລຸມາດຕະຖານໂດຍພື້ນຖານ

2024-06-23 15:14:58 cri


ວັນທີ 22 ມິຖຸນານີ້, ກອງປະຊຸມສົ່ງເສີມບົດຮຽນການປະຕິຮູບດ້ານການແພດຢ່າງເລິກເຊິ່ງທົ່ວປະເທດຈີນໃນປີ 2024 ກໍ່ຄືກອງປະຊຸມພັດທະນາວຽກງານສາທາລະນະສຸກຂອງຈີນປີ 2024 ແຈ້ງຂ່າວວ່າ, ປັດຈຸບັນ, ຈີນໄດ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນການແພດລະດັບຊາດ 13 ປະເພດແລະ ໂຄງການກໍ່ສ້າງສູນການປິ່ນປົວທາງການແພດຢູ່ເຂດຕ່າງໆລະດັບຊາດ 125 ໂຄງການຢ່າງມີລະບຽບ,  ເຊິ່ງໄດ້ກວມເອົາບັນດາແຂວງທີ່ມີຊັບພະຍາກອນການແພດລະດັບຕ່ຳ. ພ້ອມກັນນັ້ນ, ກໍ່ໄດ້ອອກແຮງເພື່ອຍົກລະດັບການປິ່ນປົວຂັ້ນນະຄອນແລະຂັ້ນເມືອງໃຫ້ດີຂຶ້ນ, ສຸກສາລາຊົນນະບົດ ແລະ ສູນບໍລິການສາທາລະນະສຸກຂອງເຂດຊຸມຊົນຫຼາຍກວ່າ 75% ມີຄວາມສາມາດດ້ານການບໍລິການການດ້ານການແພດທີ່ໄດ້ມາດຕະຖານຂັ້ນພື້ນຖານ.


ໃນຊຸມປີມໍ່ໆມານີ້, ຄະນະກຳມະການສາທາລະນະສຸກແລະສຸຂະພາບແຫ່ງຊາດຈີນ ກັບ ພາກສ່ວນທີ່ກ່ຽວຂ້ອງໄດ້ປັບປຸງລະບົບການບໍລິການສາທາລະນະສຸກໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຂະຫຍາຍຊັບພະຍາກອນທາງການແພດທີ່ມີຄຸນນະພາບສູງລົງສູ່ຮາກຖານ, ຍົກສູງຄວາມສາມາດການບໍລິການດ້ານການແພດຂອງຊົນນະບົດ ແລະ ຮາກຖານໃຫ້ສູງຂຶ້ນ. ນັບມາຮອດທ້າຍປີ 2022, ຢູ່ທົ່ວປະເທດຈີນໄດ້ມີອົງການການແພດແລະສາທາລະນະສຸກຂັ້ນທ້ອງຖິ່ນ 980,000 ແຫ່ງ, ໃນນັ້ນມີສຸກສາລາຊົນນະບົດ 34,000 ແຫ່ງ, ຄລີນິກບ້ານ 588,000 ແຫ່ງ ແລະ ສູນບໍລິການສາທາລະນະສຸກໃນເຂດຊຸມຊົນ 10,000 ກວ່າແຫ່ງ.