
ອີງຕາມຂ່າວສານສະປຸດນິກ (Sputnik) ຂອງຣັດເຊຍລາຍງານເມື່ອວັນທີ 22 ມິຖຸນານີ້ວ່າ: ທ່ານ ອັນນາໂຕລີ ອັນໂຕໂນຟ ເອກອັກຄະລັດຖະທູດຣັດເຊຍປະຈໍາອາເມຣິກາໄດ້ຢືນຢັນໃນມື້ດຽວກັນວ່າ: ອາເມຣິກາໄດ້ແຈ້ງໃຫ້ຣັດເຊຍຮັບຊາບແລ້ວວ່າຈະປິດສູນອອກວີຊາຂອງຣັດເຊຍປະຈໍານະຄອນຫຼວງວໍຊິງຕັນ ແລະ ນະຄອນນິວຢອກ.
ວັນທີ 22 ມິຖຸນານີ້, ທ່ານນາງ ມາເຣຍ ຈາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍຢືນຢັນວ່າ: ຖ້າວ່າອາເມຣິກາປິດສູນອອກວີຊາຂອງຣັດເຊຍປະຈໍາອາເມຣິກາ ແລະ ຕັດສິດທິພິເສດດ້ານສ່ວຍສາອາກອນຂອງເຈົ້າໜ້າທີ່ການທູດຣັດເຊຍ, ຣັດເຊຍຈະມີການຕອບໂຕ້ໃນລະດັບທີ່ສາສົມກັນ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 22 ມິຖຸນານີ້, ສູນອອກວີຊາຂອງຣັດເຊຍປະຈໍານະຄອນຫຼວງວໍຊິງຕັນ ແລະ ນະຄອນນິວຢອກຂອງອາເມຣິກາໄດ້ຮັບການແຈ້ງການວ່າດ້ວຍການປິດບໍລິການຈາກອາເມຣິກາແລ້ວ.