ການທົດລອງການຂົນສົ່ງທາງບົກສາກົນຂອງອະນຸພາກພື້ນແມ່ນ້ຳຂອງໄດ້ດຳເນີນຢູ່ນະຄອນຄຸນໝິງ

2024-06-23 15:14:01 cri


ການທົດລອງການຂົນສົ່ງທາງບົກລະຫວ່າງປະເທດອະນຸພາກພື້ນແມ່ນ້ຳຂອງໄດ້ເລີ່ມດຳເນີນຢູ່ນະຄອນຄຸນໝິງແຂວງຢຸນນານຂອງຈີນໃນວັນທີ 22 ມິຖຸນານີ້, ຂະບວນລົດທີ່ປະກອບດ້ວຍລົດບັນທຸກ 5 ຄັນ ແລະ ລົດໂດຍສານ 2 ຄັນ ໄດ້ເດີນທາງອອກຈາກນະຄອນຄຸນໝິງ ແລະ ອອກເມືອງຜ່ານດ່ານທາງຫຼວງບໍ່ຫານ, ຜ່ານລາວແລະໄທ, ໄປຮອດນະຄອນຫຼວງພະນົມເປັນຂອງກຳປູເຈຍເປັນປາຍທາງສຸດທ້າຍ.


ທ່ານຫຼີຢາງ ຮອງລັດຖະມົນຕີກະຊວງຄົມມະນາຄົມແລະການຂົນສົ່ງຈີນ ໃຫ້ຮູ້ວ່າ: ການທົດລອງແລ່ນລົດຄັ້ງນີ້ ເປັນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມຂອງຝ່າຍຕ່າງໆ ຂອງກອງປະຊຸມຄະນະກຳມະທິການຮ່ວມຄັ້ງທີ 8 ຂອງສັນຍາວ່າດ້ວຍການອຳນວຍຄວາມສະດວກດ້ານການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂ້າມຊາຍແດນ ( ຫຼື CBTA) ໃນເຂດອະນຸພາກພື້ນແມ່ນ້ຳຂອງ, ແລະເປັນການຂົນສົ່ງຂ້າມຊາຍແດນຄັ້ງທຳອິດພາຍຫຼັງເລີ່ມດຳເນີນ "ໝາກຜົນໄລຍະທໍາອິດ" ຂອງ CBTA ຄືນໃໝ່. ປັດຈຸບັນ, ທັງ 11 ສາຍໃນເຂດທີ່ກ່ຽວພັນກັບ “ໝາກຜົນໄລຍະທຳອິດ” ຂອງ CBTA ແມ່ນມີເງື່ອນໄຂແລ່ນລົດພ້ອມແລ້ວ, ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ມີໃບຮັບຮອງທີ່ກ່ຽວຂ້ອງ ສາມາດດໍາເນີນການຂົນສົ່ງຕາມສາຍຕ່າງໆດັ່ງກ່າວໄດ້ແລ້ວ.


ຜູ້ຕາງໜ້າຈາກພາກສ່ວນຄຸ້ມຄອງຄົມມະນາຄົມແລະການຂົນສົ່ງ, ການທູດ, ການກວດກາຄົນເຂົ້າອອກເມືອງ, ດ່ານພາສີ ແລະ ພາກສ່ວນອື່ນໆຈາກບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ ຈະດໍາເນີນການສໍາຫຼວດຄົ້ນຄວ້າໂດຍຕິດຕາມຂະບວນລົດ, ສຳຫຼວດພື້ນຖານໂຄງລ່າງຕາມເສັ້ນທາງ ແລະ ສຶກສາຄົ້ນຄວ້າກ່ຽວກັບການຂະຫຍາຍ ແລະ ເພີ່ມເສັ້ນທາງອື່ນໆຕື່ມອີກ. ພາຍຫຼັງທົດລອງການແລ່ນລົດແລ້ວ, ປະເທດຕ່າງໆຈະດຳເນີນການປະເມີນຜົນການປະຕິບັດ CBTA ຢ່າງເລິກເຊິ່ງ, ຄົ້ນຄວ້າ ແລະ ແກ້ໄຂບັນຫາທີ່ກະທົບເຖິງການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງໃນພາກພື້ນ, ແລະຄົ້ນຄວ້າການຂະຫຍາຍຕາໜ່າງ CBTA ຕື່ມອີກ,  ຮ່ວມກັນຊຸກຍູ້ການຂົນສົ່ງຕາມທາງຫຼວງສາກົນໃນພາກພື້ນນີ້ໃຫ້ດຳເນີນໄດ້ຢ່າງເປັນປະຈຳ.