ເອກະສານສຳຄັນວ່າດ້ວຍການລົງໂທດ “ຜູ້ແບ່ງແຍກໄຕ້ຫວັນເປັນເອກະລາດ” ຕາມກົດໝາຍໄດ້ສົ່ງສັນຍານອັນສຳຄັນ

2024-06-23 14:22:04 CRI

 

ຫວ່າງກ່ອນນີ້ບໍ່ດົນ, ຈີນໄດ້ເຜີຍແຜ່ເອກະສານດ້ານຕຸລາການທີ່ສຳຄັນກ່ຽວຂ້ອງກັບໄຕ້ຫວັນສະບັບໜຶ່ງ ເຊິ່ງໄດ້ຮັບຄວາມສົນໃຈຈາກຊາວໂລກ. ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມໝັ້ນຄົງແຫ່ງຊາດ, ແລະ ກະຊວງຕຸລາການຈີນໄດ້ຮ່ວມກັນ ເຜີຍແຜ່ “ຄວາມເຫັນກ່ຽວກັບລົງໂທດຕໍ່ຜູ້ກະທຳຜິດທີ່ຫວັງແບ່ງແຍກປະເທດ ແລະ ປຸກປັ່ນການແບ່ງແຍກປະເທດຂອງ ພວກແບ່ງແຍກໄຕ້ຫວັນເປັນເອກະລາດ ຕາມກົດໝາຍ”. ຫາງສຽງສາກົນເຫັນວ່າ, ນີ້ເປັນໜຶ່ງໃນມາດຕະການເຂັ້ມງວດທີ່ສຸດຂອງຈີນຕໍ່ກັບອິດທິກຳລັງ “ຫວັງແບ່ງແຍກໄຕ້ຫວັນເປັນເອກະລາດ”, ມີຈຸດປະສົງເພື່ອສະກັດກັ້ນການກະທຳທີ່ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ແລະ ປົກປັກຮັກສາຄວາມເປັນເອກະພາບແຫ່ງຊາດ.

 

ການນຳໃຊ້ວິທີການທາງອາຍາ ແລະ ຕຸລາການເພື່ອລົງໂທດພວກແບ່ງແຍກປະເທດ, ປົກປ້ອງຜົນປະໂຫຍດແກນກາງຂອງຊາດ, ເປັນວິທີການທົ່ວໄປຂອງປະເທດຕ່າງໆທົ່ວໂລກ. ເອກະສານ“ຄວາມເຫັນ” ດັ່ງກ່າວແມ່ນອີງໃສ່ກົດໝາຍຕ່າງໆ, ເຊັ່ນ: “ກົດໝາຍວ່າດ້ວຍການຕ້ານການແບ່ງແຍກປະເທດ” “ກົດໝາຍອາຍາສປຈີນ” “ກົດໝາຍວ່າດ້ວຍການຮ້ອງຟ້ອງອາຍາ ສປ ຈີນ” ກໍຄືຂໍ້ກຳນົດແຫ່ງການອະທິບາຍດ້ານຕຸລາການທີ່ກ່ຽວຂ້ອງ, ໂດຍກຳນົດມາດຕະຖານການວາງໂທດ, ລະບຽບການຂັ້ນຕອນແຫ່ງການລົງໂທດຕໍ່ພວກຫົວຮຸນແຮງທີ່ມີເຈຕະນາແບ່ງແຍກໄຕ້ຫວັນ, ແບ່ງແຍກປະເທດ ແລະ ປຸກປັ່ນການແບ່ງແຍກປະເທດ, ເຊິ່ງເປັນເອກະສານຊີ້ທິດ ແລະ ບ່ອນອີງດ້ານກົດໝາຍໃຫ້ແກ່ການດຳເນີນຄະດີ.

 

ນັກວິເຄາະເຫັນວ່າ, ຂໍ້ກຳນົດເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງນະໂຍບາຍອາຍາທີ່ປະສົມປະສານຄວາມໂຍະຍານ ແລະ ຄວາມເຂັ້ມງວດ, ສ່ອງແສງເຖິງຄວາມຍຸຕິທຳໃນການປົກຄອງຕາມກົດໝາຍຢູ່ຈີນ. ນັກວິຊາການໄຕ້ຫວັນຊີ້ອອກວ່າ, ການປະຕິບັດ “ຄວາມເຫັນ” ສະບັບນີ້, ເປັນການນາບຂູ່ຂອງແຜ່ນດິນໃຫຍ່ຈີນຕໍ່ກັບ ພວກແບ່ງແຍກໄຕ້ຫວັນເປັນເອກະລາດ, ທັງເປັນຄຳປະກາດຕໍ່ປະຊາຄົມໂລກວ່າ, ການກະທຳໃດໆທີ່ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ແມ່ນລ້ວນຂັດກັບກົດໝາຍ.