ປາແລັດສະຕີນຊົມເຊີຍກູບາທີ່ກາຍເປັນໜຶ່ງໃນບັນດາປະເທດທີ່ຮ້ອງຟ້ອງອິດສະຣາແອນ

2024-06-23 15:10:10 cri

ວັນທີ 22 ມິຖຸນານີ້, ກະຊວງການຕ່າງປະເທດແລະຊາວປາແລັດສະຕີນຕ່າງດ້າວຂອງປາແລັດສະຕີນອອກຖະແຫຼງການ, ໂດຍສະແດງຄວາມຊົມເຊີຍຕໍ່ກູບາທີ່ຕັດສິນໃຈຮ່ວມກັບອາຝຣິກາໃຕ້ ກ່າວຟ້ອງອິດສະຣາແອນດ້ວຍຂໍ້ຫາ "ຂ້າລ້າງເຊື້ອຊາດເຜົ່າພັນ" ທີ່ກະທຳຢູ່ເຂດກາຊາຕໍ່ສານສາກົນຂອງອົງການສະຫະປະຊາຊາດ.


ຖະແຫຼງການຍັງຮຽກຮ້ອງໃຫ້ບັນດາປະເທດພາຄີຂອງ “ສົນທິສັນຍາວ່າດ້ວຍການປ້ອງກັນ ແລະ ລົງໂທດອາດຊະຍາກຳຂ້າລ້າງເຜົ່າພັນ” ຕັ້ງໜ້າເຂົ້າຮ່ວມໃນການຮ້ອງຟ້ອງຂອງສານສາກົນ, ສະກັດກັ້ນອິດສະຣາແອນໃຊ້ກຳລັງອາວຸດເກີນກຳນົດ ທັງໄຮ້ການຈຳແນກແລະ ດໍາເນີນການ “ຂ້າລ້າງເຜົ່າພັນ” ຕໍ່ຊາວປາແລັດສະຕີນ.


ເດືອນທັນວາປີ 2023, ອາຟຣິກາໃຕ້ໄດ້ຮ້ອງຟ້ອງຕໍ່ສານສາກົນ, ໂດຍກ່າວຟ້ອງທີ່ອິດສະຣາແອນດໍາເນີນການຂ້າລ້າງເຜົ່າພັນຢູ່ເຂດກາຊາ. ພາຍຫຼັງມາ, ຫຼາຍປະເທດ ທີ່ລວມທັງຈີເລແລະແອັດສະປາຍ ໄດ້ປະກາດເຂົ້າຮ່ວມການກ່າວຟ້ອງອິດສະຣາແອນ.