ປະຊາຊົນອິດສະຣາແອນຈັດການໂຮມຊຸມນຸມປະທ້ວງເພື່ອຮຽກຮ້ອງໃຫ້ບັນລຸການຢຸດຍິງ

2024-06-23 13:36:23 CRI

 

   ວັນທີ 22 ມິຖຸນານີ້ຢູ່ນະຄອນເທລາວິຟ-ຢາໂຟ ຂອງອິດສະຣາແອນ, ປະຊາຊົນອິດສະຣາແອນຈໍານວນຫຼວງຫຼາຍໄດ້ຈັດການໂຮມຊຸມນຸມປະທ້ວງເພື່ອສະແດງຄວາມບໍ່ພໍໃຈຕໍ່ລັດຖະບານອິດສະຣາແອນໂດຍຮຽກຮ້ອງໃຫ້ລັດຖະບານອິດສະຣາແອນບັນລຸການຢຸດຍິງໃນທັນທີ ແລະ ປ່ອຍຕົວຜູ້ຖືກກັກຂັງໃຫ້ກັບຄືນສູ່ບ້ານເມືອງຂອງເຂົາເຈົ້າໂດຍໄວ. ນອກນີ້, ການປະທ້ວງຄັ້ງນີ້, ປະຊາຊົນຍັງຮຽກຮ້ອງໃຫ້ລັດຖະບານອິດສະຣາແອນຈົ່ງຈັດການເລືອກຕັ້ງກ່ອນເວລາກຳນົດ.


   ໃນມື້ດຽວກັນ, ໄດ້ເກີດການປະທະກັນລະຫວ່າງຜູ້ປະທ້ວງກັບເຈົ້າໜ້າທີ່ຕໍາຫຼວດອິດສະຣາແອນ, ທັງນີ້, ເຈົ້າໜ້າທີ່ຕໍາຫຼວດອິດສະຣາແອນໄດ້ຂັບໄລ່ສະຫຼາຍກຸ່ມຜູ້ປະທ້ວງ. ອີງຕາມຖະແຫຼງການທີ່ເຈົ້າໜ້າທີ່ຕໍາຫຼວດອິດສະຣາແອນເປີດເຜີຍໃຫ້ຮູ້ວ່າ: ມີຜູ້ປະທ້ວງ 3 ຄົນຖືກຈັບກັກຂັງ.