ຈີນຄົ້ນຄວ້າສ້າງກົນໄກປະສານສົມທົບການຕິດຕາມຄຸ້ມຄອງ ແລະ ອະນຸລັກສິ່ງແວດລ້ອມນິເວດ

2024-06-24 09:52:47 CRI


ຫວ່າງບໍ່ດົນມານີ້, ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຈີນແຈ້ງໃຫ້ຮູ້ວ່າ, ຈີນໄດ້ຄົ້ນຄວ້າສ້າງກົນໄກປະສານສົມທົບການຕິດຕາມຄຸ້ມຄອງ ແລະ ອະນຸລັກສິ່ງແວດລ້ອມນິເວດ, ເພື່ອຊຸກຍູ້ໃຫ້ການອະນຸລັກຄຸນນະພາບລະບົບນິເວດໂດຍລວມຂອງທ້ອງຖິ່ນກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.

 

ປີນີ້, ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຈີນຈະຊີ້ນຳໃຫ້ທ້ອງຖິ່ນຕ່າງໆ, ປະຕິບັດກົນໄກຮ່ວມມືດັ່ງກ່າວຂ້າມເຂດແຄວ້ນຢູ່ເຂດລ້ອງແມ່ນ້ຳສຳຄັນ ແລະ ເຂດທີ່ສິ່ງແວດລ້ອມນິເວດຊຸດໂຊມງ່າຍ. ໂດຍປິ່ນອ້ອມຍ່ານເໜືອ ແລະ ຍ່ານໃຕ້ຂອງສາຍນ້ຳທີ່ໄຫຼຜ່ານຫຼາຍທ້ອງຖິ່ນ, ຝັ່ງຊ້າຍ ແລະ ຝັ່ງຂວາຂອງໜອງບຶງ, ເປີ້ນເໜືອ ແລະ ເປີ້ນໃຕ້ຂອງສາຍພູ, ແຫຼ່ງກຳເນີດພາຍຸຂີ້ຊາຍ ພ້ອມ ຊ່ອງທາງເຄື່ອນຍ້າຍຂອງພາຍຸຂີ້ຊາຍ, ສ້າງລະບົບຕິດຕາມວັດແທກລະບົບນິເວດທີ່ເຊື່ອມສານທາງອາກາດ ແລະ ທາງພື້ນດິນຢ່າງເປັນເອກະພາບກັນ, ດຳເນີນການສຳຫຼວດປະເມີນຜົນສະພາບລະບົບນິເວດ ແລະ ການຕິດຕາມການເຄື່ອນໄຫວຂອງມະນຸດໂດຍທາງໄກ, ກຳກັບສະພາບການປ່ຽນແປງຂອງລະບົບນິເວດຢ່າງລະອຽດ, ຄົ້ນຫາ ແລະ ສືບສວນບັນຫາທຳລາຍສິ່ງແວດລ້ອມຢ່າງທັນການ.