ປະທານາທິບໍດີເປຣູຈະຢ້ຽມຢາມຈີນທາງລັດຖະກິດ

2024-06-24 09:54:03 CRI


    ວັນທີ 24 ມິຖຸນານີ້, ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານນາງດີນາ ເອຊີເລຍ ໂບລວາເຕ ເຊກາຣາ ປະທານາທິບໍດີສາທາລະນະລັດເປຣູຈະຢ້ຽມຢາມຈີນທາງລັດຖະກິດລະຫວ່າງວັນທີ 25 – 29 ມິຖຸນານີ້.