ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກິດຈະກຳແລກປ່ຽນລະຫວ່າງຊາວໜຸ່ມຈີນ-ອາເມຣິກາ “ສາຍແນນທີ່ພູກູລິງ”ປີ 2024

2024-06-24 17:03:28 CRI


ວັນທີ 24 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກິດຈະກຳແລກປ່ຽນລະຫວ່າງຊາວໜຸ່ມຈີນ-ອາເມຣິກາ “ສາຍແນນທີ່ພູກູລິງ”ປີ 2024.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ສາຍແນນພູກູລິງທີ່ມີມາເປັນເວລາຮ້ອຍປີເປັນເລື່ອງເລົ່າທີີ່ດີງາມໃນການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ ແລະ ອາເມຣິກາ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ ເຫັນວ່າຊາວໜຸ່ມວົງການຕ່າງໆຂອງຈີນ ແລະ ອາເມຣິກາໄດ້ເຕົ້າໂຮມກັນຢູ່ນະຄອນຟູໂຈ່ວ, ທົບທວນຄືນເລື່ອງເລົ່າພູກູລິງ, ສືບທອດສາຍແນນພູກູລິງ, ເພີ່ມພູນຄູນສ້າງການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດຈີນ-ອາເມຣິກາ.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸຕື່ມວ່າ, ຊາວໜຸ່ມມີຊີວິດຊີວາ ແລະ ມີຄວາມໃຝ່ຝັນຫຼາຍທີ່ສຸດ, ອະນາຄົດຂອງສາຍພົວພັນຈີນ-ອາເມຣິກາແມ່ນຂຶ້ນຢູ່ກັບຊາວໜຸ່ມ. ຫວັງວ່າຊາວໜຸ່ມສອງປະເທດຈະລົງເລິກແລກປ່ຽນ ແລະ ເພີ່ມທະວີມິດຕະພາບ, ເຂົ້າໃຈກັນ ສະໜິດສະໜົມກັນ, ເກາະແກນກັນກ້າວໄປຂ້າງໜ້າ, ສືບທອດມິດຕະພາບຈີນ-ອາເມຣິກາຕໍ່ໆໄປ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຈີນ-ອາເມຣິກາແບບປອດໃສ ແລະ ໝັ້ນທ່ຽງ, ຮ່ວມກັບປະຊາຊົນບັນດາປະເທດຢູ່ໃນໂລກ ສ້າງສັນຕິພາບ, ຮ່ວມກັນຊຸກຍູ້ຄວາມກ້າວໜ້າ ແລະ ຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ