ຈັດກອງປະຊຸມວິທະຍາສາດເຕັກນິກທົ່ວປະເທດ ພິທີມອບລາງວັນວິທະຍາສາດເຕັກນິກທົ່ວປະເທດ ແລະ ກອງປະຊຸມ 2 ສະພາບັນດິດຈີນຢູ່ນະຄອນຫຼວງປັກກິ່ງ

2024-06-24 15:57:45 CRI


ຕອນເຊົ້າວັນທີ 24 ມິຖຸນານີ້, ກອງປະຊຸມວິທະຍາສາດເຕັກນິກທົ່ວປະເທດ ພິທີມອບລາງວັນວິທະຍາສາດເຕັກນິກທົ່ວປະເທດ, ກອງປະຊຸມສະພາບັນດິດວິທະຍາສາດຈີນຄັ້ງທີ 21 ແລະ ສະພາບັນດິດວິສະວະກຳຈີນຄັ້ງທີ 17ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ໃຫ້ກຽດມອບລາງວັນແກ່ຜູ້ໄດ້ຮັບລາງວັນວິທະຍາສາດເຕັກນິກສູງສຸດແຫ່ງຊາດ ພ້ອມທັງກ່າວຄຳປາໄສທີ່ສຳຄັນ.

 


ທ່ານສີຈິ້ນຜິງກ່າວເນັ້ນວ່າ, ວິທະຍາສາດເຕັກນິກຈະເລີນຂຶ້ນ ຊົນຊາດກໍຈະຈະເລີນຂຶ້ນ, ວິທະຍາສາດເຕັກນິກເຂັ້ມແຂງຂຶ້ນ ປະເທດຊາດກໍຈະເຂັ້ມແຂງຂຶ້ນ. ຄວາມທັນສະໄໝແບບຈີນຕ້ອງອາໄສຄວາມທັນສະໄໝດ້ານວິທະຍາສາດເຕັກນິກເປັນສິ່ງຄ້ຳປະກັນ, ການບັນລຸການພັດທະນາດ້ວຍຄຸນນະພາບສູງກໍຕ້ອງອາໄສການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກໃນການບຳລຸງສ້າງແຮງຂັບເຄື່ອນອັນໃໝ່, ຕ້ອງຮັບຮູ້ຢ່າງເຕັມສ່ວນເຖິງບົດບາດນຳໜ້າດ້ານຍຸດທະສາດ ແລະ ບົດບາດຄ້ຳປະກັນຂັ້ນພື້ນຖານຂອງວິສາຫະກິດເຕັກນິກ, ສຸມໃສ່ເປົ້າໝາຍຍຸດທະສາດທີ່ສ້າງປະເທດເຂັ້ມແຂງດ້ານວິທະຍາສາດເຕັກນິກຮອດປີ 2035, ເພີ່ມທະວີການອອກແບບລະດັບສູງສຸດ ແລະ ການວາງແຜນເປັນເອກະພາບກັນ, ເພື່ອເລັ່ງລັດບັນລຸການກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກລະດັບສູງ.