ກຸ່ມຮາມັສເຫັນວ່າ ການສະແດງທ່າທີຂອງນາຍົກອິດສະຣາແອນແມ່ນໄດ້ປະຕິເສດສັນຍາຢຸດຍິງແລ້ວ

2024-06-24 14:33:25 cri

ຕອນເຊົ້າວັນທີ 24 ມິຖຸນານີ້, ກຸ່ມຮາມັສຂອງປາແລັດສະຕິນໄດ້ອອກຖະແຫຼງການ ໂດຍອ້າງອີງການສະແດງທ່າທີຂອງທ່ານເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໃນການຮັບສຳພາດຂ່າວກ່ອນໜ້ານີ້ ເຊິ່ງລວມທັງທ່ານເນທັນຢາຮູຍັງໄດ້ກ່າວອີກວ່າ: ຈະສືບຕໍ່ດຳເນີນການການເຄື່ອນໄຫວທາງ ທະຫານຢູ່ເຂດກາຊາ ໂດຍມີຈຸດປະສົງເພື່ອບັນລຸສັນຍາລັກສະນະຂັ້ນຕອນເພື່ອກອບກູ້ຕົວປະກັນຊາວອິດສະຣາແອນ. ຖະແຫຼງການລະບຸວ່າ: ການສະແດງທ່າທີດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ທ່ານ ເນທັນຢາຮູ ໄດ້ປະຕິເສດຂໍ້ຕົກລົງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າດ້ວຍການຊຸກຍູ້ຂໍ້ຕົກລົງເພື່ອບັນລຸການຢຸດຍິງຢູ່ເຂດກາຊາໃນເມື່ອບໍ່ດົນມານີ້ ພ້ອມທັງໄດ້ປະຕິເສດແຜນການຢຸດຍິງ ແລະ ການແລກປ່ຽນຕົວປະກັນທີ່ສະເໜີໂດຍທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ.

ກຸ່ມຮາມັສໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ປະເທດທີ່ກ່ຽວຂ້ອງ ເພີ່ມຄວາມກົດດັນຕໍ່ອິດສະຣາແອນ ເພື່ອໃຫ້ອິດສະຣາແດນຍຸດຕິສົງຄາມຕໍ່ປະຊາຊົນປາແລັດສະຕິນ. ພ້ອມກັນນັ້ນ, ກຸ່ມຮາມັສຍັງໄດ້ຮຽກຮ້ອງໃຫ້ລັດຖະບານອາເມຣິກາຈົ່ງຕັດສິນໃຈຢ່າງຊັດເຈນ ເພື່ອຍຸດຕິການສະໜັບສະໜູນສົງຄາມຂ້າລ້າງເຊື້ອຊາດຜິວພັນທີ່ແນໃສ່ເຂດກາຊາ ແລະ ປະຊາຊົນເຂດກາຊາ, ພ້ອມທັງເຜີຍແບໂທດກຳຂອງອິດສະຣາແອນ.