ກອງທຶນເພື່ອເດັກນ້ອຍ ສປຊ ຈະສືບຕໍ່ຮ່ວມມືກັບຈີນເພື່ອຍົກລະດັບສຸຂະພາບ ແລະ ການພັດທະນາຂອງເດັກ

2024-06-24 09:41:06 CRI

ທ່ານກິດຕີ ວັນ ເດີ ເຮດເດນ ຮອງຫົວໜ້າປະຕິບັດງານກອງທຶນເພື່ອເດັກນ້ອຍຂອງອົງການສະຫະປະຊາຊາດ ຫຼື UNICEF ພ້ອມດ້ວຍຄະນະ ໄດ້ເດີນທາງ ໄປເຖິງເມືອງປົກຄອງຕົນເອງເຜົ່າຕິເບດທຽນຈູ້ ນະຄອນອູເວີ່ຍແຂວງກ່ານຊູ້ຂອງຈີນລະຫວ່າງວັນທີ 22-23 ມິຖຸນານີ້ ເພື່ອສຳຫຼວດໂຄງການທີ່ກ່ຽວຂ້ອງທີ່ UNICEF ຮ່ວມມືກັບຈີນ. ທ່ານກ່າວວ່າ: ໂດຍພິຈາລະນາເຖິງປາກົດການທີ່ອຸນຫະພູມສູງຂຶ້ນຜິດປົກກະຕິ, ໄພນ້ຳຖ້ວນ, ໄພແຫ້ງແລ້ງ ແລະອື່ນໆທີ່ເກີດຂຶ້ນໃນທົ່ວໂລກ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ການພັດທະນາຂອງເດັກ, ການຮ່ວມມືກັບຈີນຂອງ UNICEF ຈະເປັນສິ່ງທີ່ເປັນຂໍກະແຈສຳຄັນໃນການຮັບມືກັບສິ່ງທ້າທາຍຈາກດິນຟ້າອາກາດ ແລະ ຮັບປະກັນການຢູ່ລອດພ້ອມທັງການພັດທະນາຂອງເດັກ ໃນບໍ່ເທົ່າໃດປີຂ້າງໜ້ານີ້.


ຂ່າວລາຍງານວ່າ ໂຄງການຄວາມປອດໄພຂອງເດັກແດງ ທີ່ຈີນຮ່ວມມືກັບ UNICEF ຈະສ້າງປະໂຫຍດໃຫ້ແກ່ເດັກແດງຈຳນວນ 3 ລ້ານກວ່າຄົນຂອງຈີນ; ໂຄງການອົບຮົມຄວາມສາມາດໃນການໃຫ້ຄຳແນະນຳດ້ານການໃຫ້ທາດ ບຳລຸງແກ່ເດັກ ຈະສ້າງປະໂຫຍດໃຫ້ແກ່ເດັກທີ່ມີອາຍຸລະຫວ່າງ 0-2 ປີຈຳນວນ 5 ລ້ານກວ່າຄົນຂອງຈີນ; ໂຄງການພັດທະນາໄລຍະຕົ້ນສຳລັບເດັກໃນຂັ້ນຮາກຖານ ຈະສະໜອງການບໍລິການໃຫ້ແກ່ເດັກທີ່ມີອາຍຸ 3 ປີລົງລຸ່ມຈຳນວນ 17 ກວ່າລ້ານຄົນພ້ອມດ້ວຍຄອບຄົວຂອງເຂົາເຈົ້າ.