ຈີນເລັ່ງລັດອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານເສດຖະກິດທີ່ກ່ຽວຂ້ອງກັບຜູ້ອາຍຸສູງ

2024-06-24 14:12:42 CRI


    ຫວ່າງບໍ່ດົນມານີ້, ກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນໄດ້ເຜີຍແຜ່ “ແຈ້ງການກ່ຽວກັບການເພີ່ມທະວີມາດຕະການສະໜັບສະໜູນການພັດທະນາເສດຖະກິດທີ່ກ່ຽວຂ້ອງກັບຜູ້ອາຍຸສູງ”, ໂດຍຮຽກຮ້ອງໃຫ້ເພີ່ມທະວີການອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານເສດຖະກິດທີ່ກ່ຽວຂ້ອງກັບຜູ້ອາຍຸສູງ. ປັດຈຸບັນນີ້, ຂະໜາດເສດຖະກິດທີ່ກ່ຽວຂ້ອງກັບຜູ້ອາຍຸສູງຂອງຈີນມີປະມານ 7000 ຕື້ຢວນ, ຄາດວ່າຮອດປີ 2035 ຈະບັນລຸເຖິງປະມານ 30,000 ຕື້ຢວນ. ຕາມຂ່າວແຈ້ງວ່າ, ໃນຂະນະ ທີ່ເສດຖະກິດທີ່ກ່ຽວຂ້ອງກັບຜູ້ອາຍຸສູງພັດທະນາໄປຢ່າງວ່ອງໄວນັ້ນ, ບັນຫາຂາດແຄນຜູ້ມີຄວາມຮູ້ຄວາມສາມາດທີ່ກ່ຽວຂ້ອງກໍນັບມື້ນັບພົ້ນເດັ່ນຂຶ້ນ, ໂດຍສະເພາະໃນຂົງເຂດການເບິ່ງແຍງຜູ້ເຖົ້າ, ການປັບປຸງສິ່ງກໍ່ສ້າງຕາມຄວາມຕ້ອງການຂອງຜູ້ເຖົ້າ, ການລ້ຽງດູຜູ້ເຖົ້າແບບອັດສະລິຍະ ແລະ ອື່ນໆແມ່ນມີຄວາມຕ້ອງການຢ່າງຫຼວງຫຼາຍ. ພ້ອມກັນນັ້ນ, ໂຮງຮຽນ ວິສາຫະກິດ ແລະອົງການປົກຄອງແຫ່ງຕ່າງໆຂອງຈີນໄດ້ຮ່ວມມືກັນ, ສ້າງເວທີຮ່ວມມືລະຫວ່າງໂຮງຮຽນກັບວິສາຫະກິດ, ຈັດງານແຂ່ງຂັນເຕັກນິກວິຊາຊີບ ແລະ ຮູບແບບອື່ນໆ, ເພື່ອເພີ່ມທະວີການອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານເສດຖະກິດທີ່ກ່ຽວຂ້ອງກັບຜູ້ອາຍຸສູງ.