ເວລາ 14 ໂມງ 7 ນາທີຂອງວັນທີ 25 ມິຖຸນານີ້, ຍານກັບຄືນສຸກໂລກຂອງຍານອະວະກາດ “ສາງເອີ 6” ໄດ້ນຳເອົາຕົວຢ່າງດວງຈັນທີ່ຂຸດເຈາະມາຈາກເບື້ອງຫຼັງຂອງດວງຈັນ ລົງຈອດຢູ່ເຂດທີ່ກຳນົດໄວ້ຢ່າງປອດໄພດີ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົ່ງສານຊົມເຊີຍ, ໂດຍຕາງໜ້າໃຫ້ສູນກາງພັກ, ລັດຖະບານ ແລະ ຄະນະກຳມະການການທະຫານສູນກາງຈີນ, ສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ແລະ ຄວາມຢື້ຢາມຖາມຂ່າວຢ່າງຈິງໃຈໄປເຖິງກອງບັນຊາການໂຄງການສຳຫຼວດດວງຈັນ “ສາງເອີ 6” ພ້ອມດ້ວຍບັນດາສະຫາຍທີ່ເຂົ້າຮ່ວມພາລະກິດດັ່ງກ່າວ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, “ສາງເອີ 6” ໄດ້ເກັບເອົາຕົວຢ່າງດວງຈັນຈາກເບື້ອງຫຼັງຂອງດວງຈັນແລ້ວກັບຄືນສູ່ໂລກເປັນຄັ້ງທຳອິດໃນປະຫວັດສາດຂອງມວນມະນຸດ, ເປັນຜົນງານທີ່ມີລັກສະນະເປັນຂີດໝາຍອີກຢ່າງໜຶ່ງຂອງປະເທດຈີນໃນການສ້າງສາປະເທດໃຫ້ເຂັ້ມແຂງດ້ານການບິນອະວະກາດ ແລະ ວິທະຍາສາດເຕັກນິກ. ໃນໄລຍະ 20 ປີຜ່ານມາ, ບັນດາສະຫາຍທີ່ເຂົ້າຮ່ວມການຄົ້ນຄວ້າພັດທະນາຂອງໂຄງການສຳຫຼວດດວງຈັນໄດ້ເສີມຂະຫຍາຍຈິດໃຈສຳຫຼວດດວງຈັນ, ປິນຂຶ້ນສູ່ຈອມພູສູງແຫ່ງວິທະຍາສາດເຕັກນິກຢ່າງກ້າຫານ, ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ທີ່ເຫັນໄດ້ຢ່າງປະຈັກຕາຂອງຊາວໂລກ, ໄດ້ບຸກເບີກເສັ້ນທາງສຳຫຼວດດວງຈັນທີ່ມີຄຸນນະພາບສູງ ແລະ ປະສິດທິຜົນສູງ. ການປະກອບສ່ວນອັນພົ້ນເດັ່ນຂອງບັນດາສະຫາຍ, ປະເທດຊາດ ແລະ ປະຊາຊົນຈະຈື່ຈຳຕະຫຼອດໄປ.
ເນື້ອໃນສານຊົມເຊີຍຍັງລະບຸຕື່ມວ່າ, ຫວັງວ່າພວກສະຫາຍຈະສຸມຄວາມພະຍາຍາມຕໍ່ໄປ, ສຸມໃສ່ການຄົ້ນຄວ້າຕົວຢ່າງດວງຈັນ, ສືບຕໍ່ປະຕິບັດໂຄງການສຳຄັນດ້ານການບິນອະວະກາດເຊິ່ງລວມທັງການສຳຫຼວດອະວະກາດຊັ້ນນອກ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືສາກົນ, ກ້າວໄປສູ່ເປົ້າໝາຍທີ່ສ້າງປະເທດໃຫ້ເຂັ້ມແຂງດ້ານການບິນອະວະກາດຢ່າງກ້າຫານ, ສ້າງຜົນງານໃໝ່ຕື່ມອີກໃນການຄົ້ນຄວ້າຄວາມລັບຂອງຈັກກະວານ ແລະ ເພີ່ມພູນຄູນສ້າງຜົນປະໂຫຍດຂອງມວນມະນຸດ, ປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ພາລະກິດການສ້າງປະເທດຊາດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊົນຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.