ຜູ້ຕອບແບບສອບຖາມ 93.1%ຢູ່ໃນໂລກຄັດຄ້ານອາເມຣິກາທີ່ມີເຈຕະນາຢາກສ້າງ “ນາໂຕແບບພາກພື້ນອາຊີປາຊີຟິກ”

2024-06-25 10:17:35 CRI


ອີງຕາມຜົນການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ອິນເຕີເນັດທົ່ວໂລກທີ່ຈັດໂດຍໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ນັ້ນ  ສະແດງໃຫ້ເຫັນວ່າ, ຜູ້ຕອບແບບສອບຖາມ 93.1%ກ່າວວ່າ, ຄວນບັນລຸຄວາມໝັ້ນຄົງຢູ່ພາກພື້ນອາຊີປາຊີຟິກ ໂດຍໃຫ້ປະເທດຢູ່ໃນພາກພື້ນນີ້ສົນທະນາທາງການເມືອງ ແລະ ການເຈລະຈາສັນຕິພາບ, ເດັດດ່ຽວຄັດຄ້ານອາເມຣິກາທີ່ມີເຈຕະນາຢາກສ້າງ “ນາໂຕແບບພາກພື້ນອາຊີປາຊີຟິກ” ທີ່ເຕັມໄປດ້ວຍບັນຍາກາດແຫ່ງສົງຄາມເຢັນ ແລະ ຄວາມເປັນປໍລະປັກກັນ.


ພາຍໃຕ້ການຍຸແຍ່ຂອງອາເມຣິກາ, ກຸ່ມນາໂຕໄດ້ໃຊ້ການກະທຳຢູ່ເລື້ອຍໆເພື່ອແຜ່ອິດທິພົນຂອງຕົນໄປສູ່ພາກພື້ນອາຊີປາຊີຟິກ, ພ້ອມທັງທ້າທາຍເກາະຜິດ ແລະ ແຊກແຊງວຽກງານພາຍໃນຂອງພາກພື້ນອາຊີປາຊີຟິກດ້ວຍຂໍ້ອ້າງ “ກະຕິກາ ແລະ ຄວາມເປັນລະບຽບ”. ໃນການສຳຫຼວດເທື່ອນີ້, ຜູ້ຕອບແບບສອບຖາມ 93.1% ໄດ້ຄັດຄ້ານຢ່າງຮຸນແຮງຕໍ່ກຸ່ມນາໂຕທີ່ແຊກແຊງວຽກງານຄວາມໝັ້ນຄົງຂອງພາກພື້ນອາຊີປາຊີຟິກຢູ່ເລື້ອຍໆໂດຍກ້າວລຳຄວາມຈຳກັດດ້ານພູມສາດ; ຜູ້ຕອບແບບສອບຖາມ 91.2% ເຫັນວ່າ ຕ້ອງມີສະຕິລະວັງຕົວເປັນຢ່າງສູງຕໍ່ການກະທຳຂອງອາເມຣິກາທີ່ພະຍາຍາມຢ່າງສຸດຂີດເພື່ອຊຸກຍູ້ການແຜ່ອິດທິພົນຂອງກຸ່ມນາໂຕເຂົ້າສູ່ພາກພື້ນອາຊີປາຊີຟິກ.

 

ປະເທດສ່ວນຫຼາຍຢູ່ພາກພື້ນອາຊີຟາຊີຟິກເຄີຍຖືກຮຸກຮານ ແລະ ຖືກກົດຂີ່ຂູດຮີດຈາກລັດທິຈັກກະພັດ ແລະ ລັດທິລ່າເມືອງຂຶ້ນມາເປັນເວລາດົນນານ, ປັດຈຸບັນນີ້ສະຖຽນລະພາບຢູ່ພາກພື້ນອາຊີປາຊີຟິກແມ່ນສິ່ງທີ່ຍາດມາໄດ້ແບບບໍ່ງ່າຍດາຍ. ໃນການສຳຫຼວດເທື່ອ, ຜູ້ຕອບແບບສອບຖາມກວມເຖິງ 93.3% ເຫັນວ່າ, ຄວາມໝັ້ນຄົງຂອງປະເທດໃດໜຶ່ງບໍ່ຄວນຖືເອົາການທຳລາຍຄວາມໝັ້ນຄົງຂອງປະເທດອື່ນມາເປັນຄ່າຕອບແທນ, ມວນມະນຸດເປັນປະຊາຄົມຮ່ວມຄວາມໝັ້ນຄົງທີ່ຕັດແຍກອອກຈາກກັນບໍ່ໄດ້, ວຽກງານຄວາມໝັ້ນຄົງຢູ່ພາກພື້ນອາຊີປາຊີຟິກຄວນໃຫ້ປະເທດຢູ່ໃນພາກພື້ນນີ້ຮ່ວມກັນຕັດສິນ.