ການສົນທະນາ ແລະ ການເຈລະຈາຈຶ່ງເປັນເສັ້ນທາງຖືກຕ້ອງໃນການແກ້ໄຂຄວາມຂັດແຍ້ງກັນດ້ານການຄ້າລະຫວ່າງຈີນກັບເອີຣົບ

2024-06-25 14:43:04 cri

ວັນທີ 22 ມິຖຸນານີ້, ລັດຖະມົນຕີກະຊວງການຄ້າຈີນໄດ້ຈັດການສົນທະນາຜ່ານທາງວີດີໂອກັບທ່ານວານດິສ ດົມໂປຣສະກີສ ຮອງປະທານ ທັງເປັນກຳມະການການຄ້າຂອງຄະນະກຳມາທິການສະຫະພາບເອີຣົບຕາມການນັດໝາຍ. ສອງຝ່າຍໄດ້ເປິກສາຫາລືກັນ ແລະ ຕົກລົງວ່າ: ຈະເລີ່ມການເຈລະຈາກ່ຽວກັບເອີຣົບດຳເນີນການສຳຫຼວດຕ້ານການອຸດໜູນລາຄາຕໍ່ລົດໃຊ້ພະລັງງານໄຟຟ້າຂອງຈີນ. ອີງຕາມສື່ມວນຊົນເອີຣົບເປີດເຜີຍໃຫ້ຮູ້ວ່າ: ການເຈລະຈາທີ່ກ່ຽວຂ້ອງລະຫວ່າງຈີນກັບເອີຣົບຈະເລີ່ມດຳເນີນໄປຢູ່ໃນຂັ້ນຕ່າງໆໃນຫຼາຍອາທິດຕໍ່ໜ້າ. ຄວາມຄືບໜ້າດັ່ງກ່າວສະແດງໃຫ້ເຫັນວ່າ: ຈີນ ແລະ ເອີຣົບຕ່າງກໍມີເຈຕະນາຢາກຄວບຄຸມຂໍ້ຂັດແຍ້ງດ້ານການຄ້າໂດຍຜ່ານການສົນທະນາ ແລະ ການເຈລະຈາ ເພື່ອຫຼີກເວັ້ນບໍ່ໃຫ້ສ້າງຜົນກະທົບຕໍ່ສະພາບລວມຂອງການຮ່ວມມືດ້ານເສດຖະກິດການຄ້າ.

ໃນຫຼາຍປີມານີ້, ເອີຣົບໄດ້ກໍ່ຄວາມຂັດແຍ້ງດ້ານການຄ້າຕໍ່ຈີນ. ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ເອີຣົບໄດ້ວາງມາດຕະການຈຳກັດການລົງທຶນດ້ານການຄ້າຂອງຈີນເລື້ອຍໆເຖິງ 31 ລາຍການ ເຊິ່ງໄດ້ເຮັດໃຫ້ຄວາມຂັດແຍ້ງດ້ານການຄ້າລະຫວ່າງຈີນກັບເອີຣົບຮຸນແຮງຂຶ້ນຢ່າງບໍ່ຢຸດຢັ້ງ. ຍົກຕົວຢ່າງໃນດ້ານລົດໃຊ້ພະລັງງານໄຟຟ້າຂອງຈີນ, ເລີ່ມຈາກການສຳຫຼວດຕ້ານການອຸດໜູນລາຄາຈົນຮອດການປະກາດຈະເກັບອັດຕາພາສີເພີ່ມຂຶ້ນ, ການກະທຳຫຼາຍຢ່າງຂອງເອີຣົບລ້ວນແຕ່ໄດ້ລະເມີດກົດເກນເສດຖະກິດ ແລະ ຫຼັກການຕະຫຼາດ.

ລັດທິປົກປ້ອງບໍ່ສາມາດຮັກສາຄວາມສາມາດການແຂ່ງຂັນໄວ້ໄດ້. ອຸດສາຫະກຳພະລັງງານໃໝ່ຂອງຈີນແມ່ນພັດທະນາຂຶ້ນມາພາຍໃຕ້ການແຂ່ງຂັນຂອງການຕະຫຼາດຢ່າງດຸເດືອດ, ຫາກບໍ່ແມ່ນອາໄສ “ການອຸດໜູນ”, ຍິ່ງບໍ່ແມ່ນການແຂ່ງຂັນທີ່ບໍ່ຍຸຕິທຳ. ຈີນບໍ່ຢາກເຫັນຄວາມຂັດແຍ້ງກັນດ້ານການຄ້າລະຫວ່າງຈີນກັບເອີຣົບຮຸນແຮງຂຶ້ນ, ຍິນດີເອົາໃຈໃສ່ຄວາມເປັນຫ່ວງຢ່າງສົມເຫດສົມຜົນເຊິ່ງກັນແລະກັນ ແລະ ແກ້ໄຂບັນຫາດ້ວຍວິທີຢ່າງມີສະຕິ ແລະ ເປັນມືອາຊີບ ໂດຍຜ່ານການສົນທະນາ ແລະ ການເຈລະຈາກັນ. ພ້ອມກັນນັ້ນ, ຈີນກໍຫວັງວ່າເອີຣົບຈະບໍ່ເຮັດໃຫ້ຮູບຖານຈິດສຳນຶກ ແລະ ຜົນປະໂຫຍດໄລຍະສັ້ນມາຄວບຄຸມຕົນເອງ, ໄປຕາມຈຸດມຸ່ງໝາຍທີ່ເປັນໜຶ່ງດຽວກັນກັບຈີນ, ບັນລຸຜົນທີ່ສອງຝ່າຍຕ່າງກໍສາມາດຍອມຮັບໄດ້ ແລະ ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ.