ທ່ານນາງເຜິ້ງລີ້ຢວນ ແລະ ພັນລະຍາປະທານາທິບໍດີໂປໂລຍຢ້ຽມຢາມໂຮງລະຄອນແຫ່ງຊາດຈີນ

2024-06-25 10:14:49 cri

ຕອນບ່າຍວັນທີ 24 ມິຖຸນານີ້, ທ່ານນາງເຜິ້ງລີ້ຢວນ ພັນລະຍາທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານນາງອາກາຕາ ກອນຮາວເຊີ ດູດາ ພັນລະຍາປະທານາທິບໍດີໂປໂລຍທີ່ກຳລັງຢ້ຽມຢາມຈີນທາງລັດຖະກິດນັ້ນ ໄດ້ໄປຢ້ຽມຢາມໂຮງລະຄອນແຫ່ງຊາດຈີນ.

ທ່ານນາງເຜິ້ງລີ້ຢວນກ່າວວ່າ: ຈີນ ແລະ ໂປໂລຍລ້ວນແຕ່ມີປະຫວັດສາດອັນເປັນມູນເຊື້ອທີ່ຍາວນານ ແລະ ມີເນື້ອໃນລະອຽດຂອງວັດທະນະທຳອັນເລິກເຊິ່ງ. ໃນຫຼາຍປີມໍ່ໆມານີ້, ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດໄດ້ມີຊີວິດຊີວານັບມື້ນັບຫຼາຍຂຶ້ນ. ເຊື້ອໝັ້ນວ່າ ຄຽງຄູ່ກັບການແລກປ່ຽນ ແລະ ການຖອດຖອນບົດຮຽນດ້ານວັດທະນະທຳລະຫວ່າງຈີນກັບໂປໂລຍມີຄວາມອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການເຂົ້າໃຈກັນ ແລະ ໄມຕີຈິດມິຕະພາບລະຫວ່າງປະຊາຊົນສອງປະເທດກໍຍິ່ງຈະເລິກເຊິ່ງກວ່າເກົ່າ.

ທ່ານນາງອາກາຕາກ່າວວ່າ: ວັດທະນະທຳອັນເປັນມູນເຊື້ອຂອງຈີນມີເນື້ອໃນອັນກວ້າງຂວາງ ແລະ ເລິກເຊິ່ງ ເຊິ່ງໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ຕົນເອງ. ຫວັງວ່າສອງປະເທດຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືຕື່ມອີກ, ເສີມຂະຫຍາຍໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.