ສປຊ ຮຽກຮ້ອງໃຫ້ປະເທດຕ່າງໆເລັ່ງໃຊ້ການເຄື່ອນໄຫວ ເພື່ອຫຼຸດຈຳນວນຄົນບາດເຈັບ ຫຼື ເສຍຊີວິດທີ່ເກີດຈາກອຸບັດເຫດທາງຖະໜົນ

2024-06-25 10:44:28 CRI

ວັນທີ 24 ມິຖຸນານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານການຮັບຮອງມະຕິສະບັບໜຶ່ງ ໂດຍຮຽກຮ້ອງໃຫ້ປະເທດຕ່າງໆເລັ່ງໃຊ້ການເຄື່ອນໄຫວ, ຜ່ານການປະຕິບັດ “ແຜນດຳເນີນງານຄວາມປອດໄພທາງຖະໜົນທົ່ວໂລກໄລຍະສິບປີ” ເພື່ອຫຼຸດຈຳນວນຄົນບາດເຈັບ ຫຼື ເສຍຊີວິດທີ່ເກີດຈາກອຸບັດເຫດທາງຖະໜົນ.


ໃນວັນດັ່ງກ່າວ, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານການຮັບຮອງມະຕິ “ປັບປຸງຄວາມປອດໄພທາງຖະໜົນທົ່ວໂລກ” ໂດຍເຕືອນໃຫ້ປະເທດສະມາຊິກ ພ້ອມດ້ວຍອົງກອນທີ່ກ່ຽວຂ້ອງຈົ່ງເລັ່ງຄວາມໄວ ທັງເພີ່ມທະວີໃນການປະຕິບັດແຜນການທົ່ວໂລກ ແລະ ຖືເອົາຄວາມປອດໄພທາງຖະໜົນເປັນວຽກບຸລິມະສິດໃນການເມືອງຂອງຕົນ.


ເມື່ອເດືອນຕຸລາປີ 2021, ອົງການອະນາໄມໂລກ ໄດ້ເປີດເຜີຍ “ແຜນດຳ ເນີນງານຄວາມປອດໄພທາງຖະໜົນທົ່ວໂລກໄລຍະສິບປີ” ໂດຍຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງນຳໃຊ້ມາດຕະການ, ໃຫ້ຈຳນວນຜູ້ບາດເຈັບ ຫຼື ເສຍຊີວິດຈາກອຸບັດເຫດທາງຖະໜົນຫຼຸດລົງຢ່າງໜ້ອຍ 50% ເມື່ອຮອດປີ 2030 ຢ່າງຊ້າສຸດ. ອີງຕາມບົດລາຍງານທີ່ອົງການອະນາໄມໂລກເຜີຍແຜ່ເມື່ອເດືອນທັນວາປີ 2023 ຜ່ານມາ, ປີ 2021, ໃນທົ່ວໂລກມີປະມານ 1,19 ລ້ານຄົນໄດ້ເສຍຊີວິດຈາກອຸບັດເຫດທາງຖະໜົນ.