ທ່ານສີຈິ້ນຜິງຈະເຂົ້າຮ່ວມພິທີລະນຶກການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ ຄົບຮອບ 70 ປີ

2024-06-25 10:49:38 CRI


ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ປີນີ້ແມ່ນປີທີ່ການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ ຄົບຮອບ 70 ປີ. ຈີນຈະຈັດກິດຈະກຳຕ່າງໆ, ເຊິ່ງລວມທັງພິທີລະນຶກການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ ຄົບຮອບ 70 ປີ ຢູ່ນະຄອນຫຼວງປັກກິ່ງ.


ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສທີ່ສຳຄັນ.