ທ່ານສີຈິ້ນຜິງສົ່ງຈົດໝາຍຕອບເຖິງພະນັກງານຊົນເຜົ່າຕ່າງໆຂອງເມືອງປົກຄອງຕົນເອງເຜົ່າເຊີ່ຈິງນິງນະຄອນລີ້ສຸຍແຂວງເຈີ້ຈ່ຽງ

2024-06-26 16:49:42 CRI


ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບເຖິງພະນັກງານຊົນເຜົ່າຕ່າງໆຂອງເມືອງປົກຄອງຕົນເອງເຜົ່າເຊີ່ຈິງນິງນະຄອນລີ້ສຸຍແຂວງເຈີ້ຈ່ຽງ, ໂດຍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ວັນສ້າງຕັ້ງເມືອງຈິງນິງຄົບຮອບ 40 ປີ, ທັງຝາກຄວາມຫວັງຢ່າງຈິງໃຈຕໍ່ການພັດທະນາຂອງເມືອງຈິງນິງ.

 

ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງລະບຸວ່າ, ໃນໄລຍະ 40 ປີຜ່ານມານີ້, ເມືອງຈິງນິງໄດ້ຮັບຜົນງານຢ່າງໜ້າຊື່ນໃຈໃນດ້ານຄວາມສາມັກຄີຂອງຊົນເຜົ່າ, ການພັດທະນາທີ່ມີເອກະລັກ ແລະອື່ນໆ, ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ.

 

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງຍັງລະບຸຕື່ມວ່າ, ໃນຂະບວນການອອກເດີນທາງຄັ້ງໃໝ່, ຫວັງວ່າພະນັກງານບັນດາເຜົ່າທົ່ວເມືອງຈະຕັ້ງໜ້າຜັນຂະຫຍາຍແຜນນະໂຍບາຍຂອງສູນກາງພັກ, ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມ, ເພີ່ມທະວີຄວາມສາມັກຄີຂອງຊົນເຜົ່າຕ່າງໆ, ເສີມຂະຫຍາຍທ່າແຮງພິເສດ, ຕັ້ງໜ້າຊຸກຍູ້ເຂດຊົນເຜົ່າໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະ ຮັ່ງມີຂຶ້ນພ້ອມກັນ, ເປີດໜ້າໃໝ່ແຫ່ງການພັດທະນາຂອງເມືອງຈິງນິງຢູ່ບົນຂະບວນການແຫ່ງຄວາມທັນສະໄໝແບບຈີນ.