ບົດລາຍງານຂອງຄະນະລັດຖະບານຈີນຢືນຢັນວຽກງານຈຸດສຸມໃນການຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນໃຫ້ເຂັ້ມແຂງຕື່ມອີກ

2024-06-26 14:57:34 cri

ໂດຍໄດ້ຮັບການມອບໝາຍຈາກຄະນະລັດຖະບານຈີນ, ທ່ານເຈີ້ງເປີ້ຍ ຮອງຫົວໜ້າຄະນະກຳມະການການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແຫ່ງຊາດຈີນໄດ້ສະເໜີບົດລາຍງານຄະນະລັດຖະບານຈີນກ່ຽວກັບສະພາບການຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ ຕໍ່ກອງປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14.

ອີງຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນລະຫວ່າງປີ 2012 ຫາປີ 2023, ຈຳນວນວິສາຫະກິດເອກະຊົນຂອງຈີນໄດ້ກວມເອົາຈຳນວນວິສາຫະກິດທົ່ວປະເທດຈາກ 79,4% ເພີ່ມຂຶ້ນຮອດ 92,3%, ບຸກຄົນ ຫຼື ຄອບຄົວທີ່ດຳເນີນທຸລະກິດເອກະຊົນໄດ້ເພີ່ມຂຶ້ນຈາກ 40 ລ້ານກວ່າຄົນ ຫຼື ຄອບຄົວ ເປັນ 124 ລ້ານຄົນ ຫຼື ຄອບຄົວ.

ໂດຍປິ່ນອ້ອມການຊຸກຍູ້ການພັດທະນາເສດຖະກິດເອກະຊົນໃຫ້ເຂັ້ມແຂງຕື່ມອີກ, ບົດລາຍງານດັ່ງກ່າວໄດ້ສະເໜີວຽກງານຈຸດສຸມໃນ 6 ດ້ານ ຄື: ໜຶ່ງ, ສຸມກຳລັງເຂົ້າໃນການປັບປຸງສະພາບແວດລ້ອມການພັດທະນາເສດຖະກິດພາກເອກະຊົນໃຫ້ດີຂຶ້ນ; ສອງ, ສຸມກຳລັງເຂົ້າໃນການສະໜັບສະໜູນປັດໄຈການພັດທະນາເສດຖະກິດພາກເອກະຊົນ; ສາມ, ສຸມກຳລັງເຂົ້າໃນການເພີ່ມການຮັບປະກັນດ້ານການຄຸ້ມຄອງດ້ວຍກົດໝາຍເພື່ອການພັດທະນາຂອງເສດຖະກິດພາກເອກະຊົນ; ສີ່, ສຸມກຳລັງເຂົ້າໃນການເພີ່ມທະວີການປະສານງານ ແລະ ການຕິດຕາມກວດກາຂອງການຈັດຕັ້ງປະຕິບັດນະໂຍບາຍ; ຫ້າ, ສຸມກຳລັງເຂົ້າໃນການຊຸກຍູ້ໃຫ້ວິສາຫະກິດເອກະຊົນເພີ່ມທະວີການສ້າງຄວາມສາມາດ ແລະ ຫົກ, ສຸມກຳລັງເຂົ້າໃນການສ້າງບັນຍາກາດໃນສັງຄົມທີ່ເອົາໃຈໃສ່ ແລະ ສະໜັບສະໜູນການພັດທະນາຂອງເສດຖະກິດເອກະຊົນ.