ກະຊວງການຕ່າງປະເທດຈີນຕໍ່ວ່າທັກທ້ວງສະຫະພາບເອີຣົບກໍລະນີທີ່ລົງໂທດວິສາຫະກິດຈີນ 19 ແຫ່ງ

2024-06-26 14:19:08 CRI


    ວັນທີ 25 ມິຖຸນານີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວໄດ້ຖາມກ່ຽວກັບເລື່ອງທີ່ສະຫະພາບເອີຣົບໃຊ້ມາດຕະການລົງໂທດວິສາຫະກິດຈີນ 19 ແຫ່ງ. ທ່ານນາງເໝົານິງຕອບວ່າ, ຕັ້ງແຕ່ໃດມາ, ຈີນກໍຄັດຄ້ານການລົງໂທດພຽງລຳພັງແຕ່ຝ່າຍດຽວໂດຍບໍ່ມີບ່ອນອີງດ້ານກົດໝາຍສາກົນ ແລະ ບໍ່ໄດ້ຮັບການມອບສິດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ສຳລັບກໍລະນີດັ່ງກ່າວ, ຈີນໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຫະພາບເອີຣົບແລ້ວ. ວິສາຫະກິດຂອງຈີນ ແລະ ຣັດເຊຍດຳເນີນການຮ່ວມມືຢ່າງເປັນປົກກະຕິ ບໍ່ໄດ້ແນໃສ່ຝ່າຍທີ 3, ບໍ່ຄວນຖືກລົບກວນ ແລະ ໄດ້ຜົນກະທົບຈາກຝ່າຍທີ 3. ຈີນຮຽກຮ້ອງໃຫ້ສະຫະພາບເອີຣົບຈົ່ງຍົກເລີກມາດຕະການລົງໂທດ, ຈີນຈະໃຊ້ມາດຕະການທີ່ຈຳເປັນເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງວິສາຫະກິດຈີນຢ່າງເດັດດ່ຽວ.