ການແຂ່ງຂັນບານເຕະຊີງແຊັມເອີຣົບເປັນຫຍັງມັກເລືອກສະປອນເຊີຈີນເປັນຄູ່ຮ່ວມມືທົ່ວໂລກ

2024-06-26 15:37:57 cri

ການແຂ່ງຂັນບານເຕະຊີງແຊັມເອີຣົບປີ 2024 ມີສະປອນເຊີລະດັບ “ຄູ່ຮ່ວມມືທົ່ວໂລກ” 13 ບໍລິສັດ, ໃນນັ້ນ, ມີ 5 ບໍລິສັດມາຈາກຈີນ, ຈີນໄດ້ກາຍເປັນປະເທດທີເປັນແຫຼ່ງສະປອນເຊີນຫຼາຍທີ່ສຸດໃນການແຂ່ງຂັນບານເຕະຊີງແຊັມເອີຣົບ 2 ຄັ້ງລຽນຕິດ.


ໃນການແຂ່ງຂັນບານເຕະຊີງແຊັມເອີຣົບຄັ້ງນີ້, 5 ບໍລິສັດສະປອນເຊີຂອງຈີນຕ່າງມາຈາກອຸດສາຫະກຳເຄື່ອງໃຊ້ໄຟຟ້າໃນເຮືອນອັດສະລິຍະ, ລົດໃຊ້ພະລັງງານໃໝ່, ມືຖືອັດສະລິຍະ, ບໍລິສັດເອກເລັກໂຕຣນິກຂ້າມຊາດ ແລະ ວິທະຍາສາດເຕັກນິກການຊຳລະເງິນທາງອອນລາຍ, ລ້ວນແຕ່ເປັນຂົງເຂດລ້ຳໜ້າໃນອຸດສາຫະກຳພັດທະນາຂຶ້ນມາໃໝ່ຂອງໂລກ, 5 ບໍລິສັດດັ່ງກ່າວຕ່າງກໍມີທ່າແຮງແລະຄອງຖານະນຳໜ້າໃນຂະແໜງການດຽວກັນຂອງໂລກ.

ໃນຊຸມປີຜ່ານມາ, ວິສາຫະກິດຈີນໄດ້ເປັນສະປອນເຊີໃນການແຂ່ງຂັນລະດັບສາກົນທີ່ສຸດຍອດຢູ່ເລື້ອຍໆ, ທີ່ຈິງແລ້ວ, ໄດ້ຜ່ານຜ່າໄລຍະທາງທີ່ຍືດຍາວ ແລະ ເຕັມໄປດ້ວຍຄວາມລຳບາກ. ຍົກຕົວຢ່າງຄື: ໃນການແຂ່ງຂັນບານເຕະຊີງແຊັມທະວີບເອີຣົບ, ບໍລິສັດຈີນໄດ້ເລີ່ມຈາກ “0” ຮອດ “1”, ໄດ້ໃຊ້ເວລາຫຼາຍສິບປີ. ໃນສິບກວ່າປີຜ່ານມາ, ວິສາຫະກິດນຳໜ້າຂະແໜງການຂອງຈີນໄດ້ສ້າງຕັ້ງສູນຄົ້ນຄວ້າພັດທະນາ ແລະ ໂຮງງານຢູ່ຕ່າງປະເທດ ເຊິ່ງໄດ້ປະກອບສ່ວນຕໍ່ການປະກອບອາຊີບ ແລະ ຄວາມກ້າວໜ້າດ້ານເຕັກນິກຂອງທ້ອງຖິ່ນ, ໄດ້ສະໜອງຜະລິດຕະພັນ ແລະ ການບໍລິການທີ່ອັດສະລິຍະກວ່າເກົ່າ, ສີຂຽວກວ່າເກົ່າ ແລະ ມີຄຸນນະພາບດີກວ່າເກົ່າໃຫ້ແກ່ຜູ້ບໍລິໂພກໃນທົ່ວໂລກ ພ້ອມທັງໄດ້ເຂົ້າຮ່ວມການແຂ່ງຂັນໃນຕະຫຼາດໂລກ ດ້ວຍທ່າທີເປີດກວ້າງກວ່າເກົ່າ.


ການແຂ່ງຂັນຂະໜາດໃຫຍ່ລະດັບສາກົນຕ່າງໆ ເຊັ່ນ: ການແຂ່ງຂັນບານເຕະຊີງແຊັມເອີຣົບ ໄດ້ອ້າແຂນຕ້ອນຮັບສະປອນເຊີຈີນ, ທີ່ຈິງແລ້ວ, ຈະບໍ່ພຽງແຕ່ສົນໃຈນຳເງິນທຶນຂອງບໍລິສັດເຫຼົ່ານີ້ເທົ່ານັ້ນ, ຍິ່ງແມ່ນໄດ້ສົນໃຈນຳຍຸດທະສາດການປະຕິຮູບດ້ານເສດຖະກິດຂອງຈີນ ທີ່ເນັ້ນໃສ່ການຂັບເຄື່ອນເສດຖະກິດດ້ວຍການປະດິດສ້າງໃໝ່ ແລະ ເຫັນດີເຫັນພ້ອມນຳລະດັບເຕັກນິກໃໝ່ຂອງຈີນ ທີ່ນຳໜ້າທົ່ວໂລກ.