ຈັດກອງປະຊຸມວຽກງານການເມືອງຂອງຄະນະກຳມະການການທະຫານສູນກາງຈີນຢູ່ນະຄອນຢຽນອ່ານແຂວງສ້ານຊີ່ຈີນ

2024-06-26 15:12:24 CRI


ຫວ່າງບໍ່ດົນມານີ້, ກອງປະຊຸມວຽກງານການເມືອງຂອງຄະນະກຳມະການການທະຫານສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຢຽນອ່ານແຂວງສ້ານຊີ່ຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສທີ່ສຳຄັນ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຕ້ອງຍຶດໝັ້ນການນຳພາເດັດຖານຂອງພັກຕໍ່ກັບກອງທັບ, ຈັດຕັ້ງປະຕິບັດແຜນຍຸດທະສາດທີ່ສ້າງກອງທັບດ້ວຍການເມືອງໃນຍຸກໃໝ່, ກຳແໜ້ນຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝທີ່ສ້າງກອງທັບດ້ວຍການເມືອງ, ເອົາຊະນະໃນບັ້ນສຳຄັນເພື່ອບັນລຸເປົ້າໝາຍສູ້ຊົນເນື່ອງໃນໂອກາດການສ້າງຕັ້ງກອງທັບຄົບຮອບຮ້ອຍປີ, ເສີມຂະຫຍາຍຈິດໃຈປະຕິວັດຕົນເອງຢ່າງເຖິງຖອງ, ລົງເລິກການປັບປຸງ ແລະ ອົບຮົມທາງການເມືອງຢ່າງຕໍ່ເນື່ອງ, ເຝິກຝົນຫຼໍ່ຫຼອມອົງການຈັດຕັ້ງພັກທີ່ມີການເມືອງແຂງແກ່ນ ແລະ ຄວາມສາມາດອັນເຂັ້ມແຂງ, ບຳລຸງສ້າງຖັນແຖວພະນັກງານຄຸນນະພາບສູງທີ່ຈົງຮັກພັກດີ ປອດໃສມີສະຕິຮັບຜິດຊອບ, ສາມາດແບກຫາບພາລະໜ້າທີ່ໃນການສ້າງກອງທັບໃຫ້ເຂັ້ມແຂງ, ອຳນວຍສິ່ງຮັບປະກັນດ້ານການເມືອງທີ່ເຂັ້ມແຂງໃຫ້ແກ່ພາລະກິດການສ້າງກອງທັບໃຫ້ເຂັ້ມແຂງ.