ການຮ່ວມມືດ້ານເສດຖະກິດການຄ້າປົກກະຕິຂອງໂລກເທົ່ານັ້ນ

2024-06-26 10:37:37 cri

ວັນທີ 25 ມິຖຸນານີ້, ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວໄດ້ຖາມຄຳຖາມກ່ຽວກັບອັນທີ່ເອີ້ນວ່າ “ຄວາມສາມາດການຜະລິດເຫຼືອເຟືອ” ຂອງຈີນ.


ທ່ານນາງມາວນິງກ່າວວ່າ: ກ່ອນອື່ນ, ກ່ຽວກັບອັນທີ່ເອີ້ນວ່າ “ຄວາມສາມາດການຜະລິດເຫຼືອເຟືອ” ນັ້ນ, ຈີນໄດ້ກ່າວຫຼັກໝັ້ນຂອງຕົນຫຼາຍເທື່ອຢ່າງຈະແຈ້ງແລ້ວ, ອຸດສາຫະກຳລົດໃຊ້ພະລັງງານໄຟຟ້າຂອງຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການບັນລຸການຫັນມາໃຊ້ພະລັງງານສີຂຽວຂອງໂລກ.


ທ່ານກ່າວຕື່ມວ່າ: ພວກເຮົາມີຄວາມເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ: ການຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ ແລະ ສ້າງກຳແພງການຄ້າແບບອັດຕະວິໄສ, ມີແຕ່ຈະທຳລາຍການຮ່ວມມືດ້ານເສດຖະກິດການຄ້າອັນປົກກະຕິຂອງໂລກເທົ່ານັ້ນ, ຈະທຳລາຍຄວາມພະຍາຍາມໃນການຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງສາກົນ ແລະ ຄວາມພະຍາຍາມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຈະບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດ.