ທ່ານຫຼີສຽງເຂົ້າຮ່ວມພິທີເປີດກອງປະຊຸມເວທີເປິກສາຫາລືດາໂວສລະດູຮ້ອນ 2024 ທັງກ່າວຄຳປາໄສ

2024-06-26 10:11:42 CRI

ຕອນເຊົ້າວັນທີ 25 ມິຖຸນານີ້ ຢູ່ນະຄອນຕ້າຫຼຽນຂອງຈີນ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີເປິກສາຫາລືດາໂວສລະດູຮ້ອນ 2024 ພ້ອມທັງກ່າວຄຳປາໄສ.


ທ່ານຫຼີສຽງກ່າວວ່າ: ປັດຈຸບັນ, ການປ່ຽນແປງຢ່າງໃຫຍ່ຫຼວງຂອງໂລກທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີພວມເລັ່ງຜັນແປ, ການພັດທະນາຂອງເສດຖະກິດໂລກໄດ້ຜະເຊີນກັບຈຸດສຳຄັນຢ່າງຍິ່ງ. ກອງປະຊຸມປະຈຳປີເທື່ອນີ້ ໄດ້ກຳນົດຫົວຂໍ້ວ່າ “ແນວໜ້າໃໝ່ຂອງການເຕີບໂຕໃນອະນາຄົດ” ເຊິ່ງເປັນຫົວຂໍ້ທີ່ມີຈຸດສຸມຕາມຄວາມຈິງເປັນຢ່າງຍິ່ງ.


ທ່ານຫຼີສຽງກ່າວເນັ້ນວ່າ: ພວກເຮົາຕ້ອງກຳໄດ້ທິດທາງໃຫຍ່ຂອງການສ້າງເສດຖະກິດໂລກແບບເປີດກວ້າງຢ່າງສະເໝີຕົ້ນສະເໝີປາຍ, ບຸກເບີກ ແລະ ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງກວ້າງຂວາງໃນອະນາຄົດ, ຮ່ວມກັນສ້າງພື້ນທີ່ການພັດທະນາອັນໃໝ່. ໜຶ່ງແມ່ນລົງເລິກການແລກປ່ຽນ ແລະ ຮ່ວມມືດ້ານວິທະຍາສາດເຕັກນິກ, ສ້າງສະພາບແວດລ້ອມທີ່ເປີດກວ້າງ, ຍຸຕິທຳ ແລະ ບໍ່ມີການຈຳແນກໃຫ້ແກ່ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ບົນພື້ນຖານການປົກປັກຮັກສາຊັບສິນທາງປັນຍາ. ສອງແມ່ນສ້າງພື້ນຖານການພັດທະນາສີຂຽວໃຫ້ໜັກແໜ້ນ, ປະຕິບັດໜ້າທີ່ຂອງຕົນດ້ານການຫຼຸດການປ່ອຍກາກບອນດີອົກຊິດໃຫ້ດີ, ຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກຳສີຂຽວກາກບອນຕ່ຳ. ສາມແມ່ນຮັກສາສະພາບແວດລ້ອມຂອງຕະຫຼາດທີ່ເປີດກວ້າງ, ເປີດອົກເປີດໃຈ, ປະສານງານກັນຢ່າງແໜ້ນແຟ້ນ, ປະລະການເປັນປໍລະປັກກັນລະຫວ່າງກຸ່ມກ້ອນ, ຄັດຄ້ານການຕັດສາຍພົວພັນກັນທາງດ້ານເສດຖະກິດການຄ້າ, ຮັກສາໃຫ້ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງມີຄວາມໝັ້ນທ່ຽງ ແລະ ໂລ່ງລ່ຽນດີ, ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນມີເສລີພາບ ແລະ ສະດວກຍິ່ງຂຶ້ນ, ຊີ້ນຳ ແລະ ຊຸກຍູ້ໃຫ້ຂະບວນການໂລກາພິວັດໄດ້ພັດທະນາໄປຢ່າງປອດໃສ. ສີ່ແມ່ນຊຸກຍູ້ການພັດທະນາແບບກວມລວມ ແລະ ຊ່ວຍເຫຼືອເກື້ອກູນກັນ, ວາງແຜນເປັນເອກະພາບ ກັນດ້ານການພັດທະນາກັບການບໍລິຫານ, ປັບປຸງກົດໝາຍ ແລະ ຂອບບໍລິຫານທີ່ ກ່ຽວຂ້ອງໃຫ້ສົມບູນຢ່າງທັນການ, ພະຍາຍາມບັນລຸການພັດທະນາທີ່ເອື້ອປະໂຫຍດເຖິງກັນຢ່າງກວ້າງຂວາງກວ່າເກົ່າ ແລະ ກວມລວມຫຼາຍກວ່າເກົ່າ ເພື່ອເຮັດໃຫ້ຜົນການປະດິດສ້າງໃໝ່ສ້າງຄວາມຜາສຸກໃຫ້ແກ່ປະເທດ ແລະ ປະຊາຊົນໃນວົງກວ້າງກວ່າເກົ່າຕື່ມອີກ.