ທ່ານສີຈິ້ນຜິງເນັ້ນໜັກໃຫ້ປັບປຸງກົນໄກເຊື່ອມໂຍງວິທະຍາສາດເຕັກນິກແລະການສຶກສາເພື່ອສ້າງຊັບພະຍາກອນມະນຸດ ແນໃສ່ສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດແບບປະດິດສ້າງ

2024-06-26 17:34:43 cri



ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແບບປະດິດສ້າງເປັນແຜນການສຳຄັນແຫ່ງການພັດທະນາໄລຍະຍາວຂອງປະເທດຈີນແລະຊົນຊາດຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດມາໂດຍຕະຫຼອດ.

 



ຕອນເຊົ້າວັນທີ24ມິຖຸນາ2024,  ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມວິທະຍາສາດເຕັກນິກທົ່ວປະເທດຈີນ, ພິທີມອບລາງວັນວິທະຍາສາດເຕັກນິກແຫ່ງຊາດຈີນ, ກອງປະຊຸມສະຖາບັນວິທະຍາສາດຈີນຄັ້ງທີ21 ແລະ ກອງປະຊຸມສະຖາບັນວິສະວະກຳຈີນຄັ້ງທີ17 .

ຕອນເຊົ້າວັນທີ24ມິຖຸນາ2024, ກອງປະຊຸມວິທະຍາສາດເຕັກນິກທົ່ວປະເທດຈີນ, ພິທີມອບລາງວັນວິທະຍາສາດເຕັກນິກແຫ່ງຊາດຈີນ, ກອງປະຊຸມສະຖາບັນວິທະຍາສາດຈີນຄັ້ງທີ21 ແລະ ກອງປະຊຸມສະຖາບັນວິສະວະກຳຈີນຄັ້ງທີ17 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ກຽດມອບລາງວັນແກ່ຜູ້ໄດ້ຮັບລາງວັນວິທະຍາສາດເຕັກນິກສູງສຸດແຫ່ງຊາດ ແລະລາງວັນອື່ນໆ ພ້ອມທັງກ່າວຄຳປາໄສສຳຄັນ.



ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ກຽດມອບລາງວັນແກ່ຜູ້ໄດ້ຮັບລາງວັນວິທະຍາສາດເຕັກນິກສູງສຸດແຫ່ງຊາດ.

 

ໃນໂອກາດດັ່ງກ່າວ,ທ່ານສີຈິ້ນຜິງໄດ້ກ່າວວ່າ: “ພວກເຮົາຕ້ອງລົງເລິກການປະຕິຮູບໂດຍລວມຕໍ່ໂຄງປະກອບແລະກົນໄກການສຶກສາ, ວິທະຍາສາດເຕັກນິກແລະຜູ້ມີຄວາມຮູ້ຄວາມສາມາດ, ປັບປຸງກົນໄກເຊື່ອມໂຍງວິທະຍາສາດເຕັກນິກແລະການສຶກສາເພື່ອສ້າງຊັບພະຍາກອນມະນຸດໃຫ້ສົມບູນ, ເລັ່ງສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດແບບປະດິດສ້າງທີ່ມີຂະໜາດໃຫຍ່, ມີໂຄງສ້າງອັນສົມເຫດສົມຜົນ ແລະມີຄຸນນະພາບດີ.”

 

ເວົ້າສຳລັບການພັດທະນາປະເທດປະເທດຈີນແລ້ວ, ວິທະຍາສາດເຕັກນິກເປັນກຳລັງການຜະລິດອັນດັບໜຶ່ງ, ຜູ້ມີຄວາມຮູ້ຄວາມສາມາດເປັນຊັບພະຍາກອນອັນດັບໜຶ່ງ ແລະການປະດິດສ້າງເປັນແຮງຂັບເຄື່ອນອັນດັບໜຶ່ງ, ສາມຢ່າງນີ້ແມ່ນຊ່ວຍຊູຍູ້ໜູນກັນ ແລະ ຕໍ່ເຕີມເສີມສ້າງໃຫ້ແກ່ກັນ.

 

ການປະດິດສ້າງດ້ານວິທະຍາສາດເຕັກນິກຕ້ອງການຄ້ຳຊູດ້ວຍຜູ້ມີຄວາມຮູ້ຄວາມສາມາດ, ສ່ວນການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແມ່ນຕ້ອງອາໄສການພັດທະນາການສຶກສາ. ມີພຽງແຕ່ປະສານສົມທົບວຽກງານການສຶກສາ, ວິທະຍາສາດເຕັກນິກແລະການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດໃຫ້ເປັນເອກະພາບກັນແລະຊຸກຍູ້ການພັດທະນາໄປພ້ອມກັນເທົ່ານັ້ນ, ຈຶ່ງຈະສາມາດໄດ້ຮັບປະສິດທິຜົນທີ່ວຽກງານສາມດ້ານພັດທະນາໄປໃນທິດທາງດຽວກັນ,ຈົນກາຍເປັນກຳລັງແຮງສັງລວມອັນເຂັ້ມແຂງເພື່ອຊຸກຍູ້ການພັດທະນາປະເທດຊາດ. ສ່ວນຄຳວ່າ “ການປັບປຸງກົນໄກເຊື່ອມໂຍງວິທະຍາສາດເຕັກນິກແລະການສຶກສາເພື່ອສ້າງຊັບພະຍາກອນມະນຸດ” ແມ່ນໄດ້ເນັ້ນໜັກເຖິງຈຸດນີ້ແຫຼະ.

 

ຕົ້ນປີ2020, ຈີນໄດ້ປະຕິບັດການທົດລອງປະຕິຮູບການຮັບເອົານັກສຶກສາວິຊາສາຂາວິທະຍາສາດຂັ້ນພື້ນຖານ(ຫຼືເອີ້ນຫຍໍ້ວ່າ ແຜນການເສີມສ້າງພື້ນຖານ)ຢູ່ສະຖາບັນການສຶກສາຊັ້ນສູງຈຳນວນໜຶ່ງ ເຊິ່ງໄດ້ທັບມ້າງກຳແພງດ້ານການສອນວິຊາ, ຮູບແບບບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແລະອື່ນໆລະຫວ່າງການສຶກສາຊັ້ນສູງກັບການສຶກສາຂັ້ນພື້ນຖານ, ສາມາດສ້າງຊ່ອງທາງໃຫ້ແກ່ການຄັດເລືອກແລະບຳລຸງສ້າງນັກສຶກສາທີ່ມີອຸດົມການຮັບໃຊ້ຄວາມຮຽກຮ້ອງຕ້ອງການດ້ານຍຸດທະສາດສຳຄັນແຫ່ງຊາດຫຼືນັກສຶກສາເກັ່ງໃນດ້ານວິທະຍາສາດຂັ້ນພື້ນຖານ.

 

   ມາຮອດປັດຈຸບັນ, ສະຖາບັນການສຶກສາຊັ້ນສູງທີ່ເປັນຈຸດສຸມປະຕິບັດ “ແຜນການເສີມສ້າງພື້ນຖານ”ໄດ້ເພີ່ມຂຶ້ນຮອດ39ແຫ່ງ. ໃນນີ້, ມະຫາວິທະຍາໄລຖົງຈື້, ມະຫາວິທະຍາໄລເຊ້ຍເມີນ, ມະຫາວິທະຍາໄລທະເລຈີນໄດ້ເປີດສາຂາວິຊາໃໝ່ຄື ສາຂາວິຊາວິທະຍາສາດທາງທະເລ. ມະຫາວິທະຍາສາດເຕັກໂນໂລຊີຈີນແລະມະຫາວິທະຍາສາດອູຮັ້ນໄດ້ເປີດສາຂາວິຊາໃໝ່ຄື ສາຂາວິຊາທໍລະນີຟີຊິກ. ທ້າຍປີ2023ຜ່ານມາ, ນັກສຶກສາ “ແຜນການເສີມສ້າງພື້ນຖານ” ທີ່ເຂົ້າຮຽນມະຫາວິທະຍາໄລຊຸດທຳອິດນັ້ນໄດ້ຜ່ານການສອບເສັ້ງຄັດເລືອກນັກສຶກສາປະລິນຍາຕີເຂົ້າເປັນນັກສຶກສາປະລິນຍາໂທແລ້ວ, ໂດຍໄດ້ເຂົ້າສູ່ໄລຍະການຄົ້ນຄວ້າປະລິນຍາໂທຫຼືການເຂົ້າຄົ້ນຄວ້າປະລິນຍາເອກໂດຍກົງ.

 

ເດືອນພຶດສະພາປີ2023, ກະຊວງສຶກສາທິການຈີນໄດ້ຮ່ວມສຳພັນກັບ18ພາກສ່ວນເຜີຍແຜ່ “ຄວາມເຫັນວ່າດ້ວຍການເພີ່ມທະວີວຽກງານການສຶກສາວິທະຍາສາດສຳລັບໂຮງຮຽນປະຖົມແລະມັດທະຍົມໃນຍຸກໃໝ່” ໂດຍໄດ້ວາງແຜນຢ່າງເປັນລະບົບເພືຶ່ອຊຸກຍູ້ການປະຕິບັດມາດຕະການຕ່າງໆເຊັ່ນ: ການພັດທະນາການສຶກສາ, ວິທະຍາສາດເຕັກນິກແລະຜູ້ມີຄວາມຮູ້ຄວາມສາມາດດ້ວຍຄຸນນະພາບສູງເປັນຕົ້ນ.

 

ມາດຕະການຕ່າງໆໄດ້ສຸມໃສ່ທິດທາງການປະຕິຮູບເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການດ້ານຍຸດທະສາດສຳຄັນແຫ່ງຊາດ, ສຸມໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝແຫ່ງການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງທີ່ດີເດັ່ນ, ເພື່ອສ້າງພື້ນຖານທີ່ດີດ້ານຜູ້ມີຄວາມຮູ້ຄວາມສາມາດໃຫ້ແກ່ປະເທດຊາດແນໃສ່ແກ້ໄຂບັນຫາຫຍຸ້ງຍາກດ້ານວິທະຍາສາດເຕັກນິກທີ່ຕ້ອງອາໄສການນຳເຂົ້າຈາກຕ່າງປະເທດ. ນີ້ຄື ເປົ້າໝາຍຂອງການເຊື່ອມໂຍງວິທະຍາສາດເຕັກນິກແລະການສຶກສາເພື່ອສ້າງຊັບພະຍາກອນມະນຸດ.

 



ນັກສຶກສາແລະຄູອາຈານສາທິດບັນຊາຫົ່ນຍົນໃນພິທີນຳສະເຫນີຜົນງານດ້ານວິທະຍາສາດເຕັກນິກຂອງສະຖາບັນການສຶກສາຊັ້ນສູງເຂດພາກໃຕ້ນະຄອນຫຼວງປັກກິ່ງປີ2023

ໃນເວລາກ່າວຄຳປາໄສຕໍ່ກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງຍັງໄດ້ຊີ້ໃຫ້ເຫັນວ່າ: “ການປະດິດສ້າງດ້ານວິທະຍາສາດເຕັກນິກແມ່ນຕ້ອງອາໄສຜູ້ມີຄວາມຮູ້ຄວາມສາມາດ, ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແມ່ນຕ້ອງອາໄສການສຶກສາ. ການສຶກສາ, ວິທະຍາສາດເຕັກນິກແລະຜູ້ມີຄວາມຮູ້ຄວາມສາມາດແມ່ນມີຄວາມເປັນເອກະພາບກັນຢູ່ໃນຕົວແລະຕ່າງຄ້ຳຊູເຊິ່ງກັນແລະກັນ.” ທ່ານສີຈິ້ນຜິງຍັງເນັ້ນໜັກໃຫ້ປັບປຸງກົນໄກເຊື່ອມໂຍງວິທະຍາສາດເຕັກນິກແລະການສຶກສາເພື່ອສ້າງຊັບພະຍາກອນມະນຸດ, ເສີມຂະຫຍາຍບົດບາດຄ້ຳຊູຢ່າງເຕັມສ່ວນ, ຍັງຕ້ອງແກ້ໄຂຂອດທີ່ເປັນບັນຫາ,ຂອດທີ່ອຸດຕັນ ເຊິ່ງເປັນປັດໄຈກະທົບເຖິງການພັດທະນາແບບໝູນວຽນທີ່ດີລະຫວ່າງວຽກງານສາມດ້ານດັ່ງກ່າວນີ້ນຳອີກ.

 

ປັດຈຸບັນ, ຂະໜາດຖັນແຖວພະນັກງານວິທະຍາສາດເຕັກນິກຂອງຈີນຫຼາຍເປັນອັນດັບໜຶ່ງຂອງໂລກ, ແຕ່ວ່າ ມີຂໍ້ຂັດແຍ້ງອັນພົ້ນເດັ່ນໃນດ້ານໂຄງສ້າງຊັບພະຍາກອນມະນຸດຄື ຜູ້ມີຄວາມຮູ້ຄວາມສາມາດແບບປະດິດສ້າງດ້ານວິທະຍາສາດເຕັກນິກຍັງບໍ່ພຽງພໍ, ຍັງປະເຊີນໜ້າກັບບັນຫາຕົວຈິງຕ່າງໆເຊັ່ນ: ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກວິສະວະກຳບໍ່ທັນສອດຄ່ອງກັບການຜະລິດແລະການປະດິດສ້າງຕົວຈິງ.

 

ສ່ວນການປັບປຸງກົນໄກເຊື່ອມໂຍງວິທະຍາສາດເຕັກນິກແລະການສຶກສາເພື່ອສ້າງຊັບພະຍາກອນມະນຸດໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຍຶດໝັ້ນຊຸກຍູ້ການພັດທະນາການສຶກສາ, ການປະດິດສ້າງດ້ານວິທະຍາສາດເຕັກນິກແລະການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດໄປພ້ອມກັນນັ້ນ ແມ່ນຂໍກຸນແຈສຳຄັນໃນການແກ້ໄຂຂໍ້ຂັດແຍ້ງລັກສະນະໂຄງສ້າງດັ່ງກ່າວນີ້.

 

ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ເຜີຍແຜ່ເອກະສານນະໂຍບາຍແລະມາດຕະການປະຕິຮູບຕ່າງໆຕາມລຳດັບເຊັ່ນ: ບາງຄວາມເຫັນວ່າດ້ວຍການປັບປຸງນະໂຍບາຍກ່ຽວກັບການຄຸ້ມຄອງງົບປະມານໂຄງການຄົ້ນຄວ້າວິທະຍາສາດຂອງການເງິນສູນກາງແລະອື່ນໆຕື່ມອີກ, ແຈ້ງການວ່າດ້ວຍບາງມາດຕະການກ່ຽວກັບການປັບປຸງຍົກລະດັບການຄຸ້ມຄອງການຄົ້ນຄວ້າວິທະຍາສາດເພື່ອເພີ່ມປະສິດທິຜົນດ້ານການຄົ້ນຄວ້າວິທະຍາສາດເປັນຕົ້ນ ເຊິ່ງນະໂຍບາຍແລະມາດຕະການເຫຼົ່ານີ້ໄດ້ທັບມ້າງອຸປະສັກແລະສິ່ງກີດຂວາງຕ່າງໆ ໂດຍສາມາດແກ້ໄຂຂອດອຸດຕັນໃນການຫັນຜົນງານດ້ານການສຶກສາແລະຄົ້ນຄວ້າວິທະຍາສາດໃຫ້ເປັນພຶດຕິກຳຕົວຈິງດ້ານການປະດິດສ້າງນັ້ນຢ່າງບໍ່ຢຸດຢັ້ງ.

 

ຍົກຕົວຢ່າງ, ນະຄອນຫຼວງປັກກິ່ງໄດ້ວາງກົດຂໍ້ກຳນົດສົ່ງເສີມການຫັນຜົນງານດ້ານວິທະສາດເຕັກນິກໃຫ້ເປັນອຸດສາຫະກຳຂອງນະຄອນຫຼວງປັກກິ່ງ, ເຊິ່ງຖືເປັນແຫ່ງທຳອິດທີ່ການປະດິດສ້າງມາດຕາກ່ຽວກັບການມອບສິດໃນການສ້າງນິຕິກຳທ້ອງຖິ່ນໃນທົ່ວປະເທດຈີນ, ໂດຍກຳນົດຢ່າງຈະແຈ້ງວ່າ: ຜູ້ສ້າງຜົນງານດ້ານວິທະຍາສາດເຕັກນິກສາມາດແນໃສ່ທິດທາງການຕະຫຼາດ, ລົງເລິກການຮ່ວມມືກັບວິສາຫະກິດ ເຊິ່ງໄດ້ປຸກລະດົມຄວາມຫ້າວຫັນຂອງນັກຄົ້ນຄວ້າວິທະຍາສາດ ແລະຊຸກຍູ້ການຫັນປ່ຽນຜົນງານດ້ານການຄົ້ນຄວ້າວິທະຍາສາດ.

 

ລະບົບສຶກສາທິການຂອງແຂວງສ້ານຊີ່ໄດ້ເລັ່ງຊຸກຍູ້ສະຖາບັນການສຶກສາຊັ້ນສູງຫັນປ່ຽນຜົນງານດ້ານວິທະຍາສາດເຕັກນິກໃຫ້ເປັນຮູບປະທຳ, ສະໜັບສະໜູນນັກຄົ້ນຄວ້າວິທະຍາສາດນຳໃຊ້ງົບປະມານຄົ້ນຄວ້າວິທະຍາສາດທີ່ເປັນທຶນພາກເອກະຊົນນັ້ນປະກອບຫຸ້ນເຂົ້າໃນວິສາຫະກິດເຕັກໂນໂລຊີດ້ວຍຮູບການອອກທຶນແບບເງິນສົດ, ເຊິ່ງກາຍເປັນຮູບແບບການລົງທຶນແບບ “ປະກອບຫຸ້ນດ້ວຍເຕັກນິກ+ປະກອບຫຸ້ນດ້ວຍເງິນສົດ” ໂດຍສາມາດແກ້ໄຂບັນຫາຂາດເຂີນງົບປະມານເພື່ອຫັນປ່ຽນຜົນງານດ້ານການຄົ້ນຄວ້າວິທະຍາສາດເຕັກນິກ. ປີ2023, ສະຖາບັນການສຶກສາຊັ້ນສູງຂອງແຂວງສ້ານຊີ່ໄດ້ເຊັນສັນຍາເຕັກໂນໂລຊີບັນລຸມູນຄ່າເຖິງ11ຕື້ 489 ລ້ານຢວນ.

 

ການສຶກສາບົ່ມສ້າງອະນາຄົດ, ວິທະຍາສາດເຕັກນິກສ່ອງແສງເຖິງກຳລັງຕົວຈິງ, ຜູ້ມີຄວາມຮູ້ຄວາມສາມາດນຳພາການພັດທະນາ, ທັງສາມຢ່າງນີ້ໄດ້ເຊື່ອມໂຍງເຂົ້າກັນແບບກາຍອິນຊີຢ່າງເລິກເຊິ່ງ ແລະຄ້ຳຊູເຊິ່ງກັນແລະກັນ, ສິ່ງນີ້ບໍ່ພຽງແຕ່ເປັນຄວາມຮຽກຮ້ອງຕ້ອງການພາວະວິໄສເພື່ອສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດແບບປະດິດສ້າງທີ່ມີຂະໜາດໃຫຍ່, ມີໂຄງສ້າງອັນສົມເຫດສົມຜົນ ແລະມີຄຸນນະພາບດີເທົ່ານັ້ນ, ຍັງເປັນເຫດຜົນດ້ານເລິກແຫ່ງການສ້າງສາປະເທດເຂັ້ມແຂງດ້ານວິທະຍາສາດເຕັກນິກນຳອີກ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ