ຈີນຍິນດີສືບຕໍ່ຮ່ວມມືກັບຄູ່ຮ່ວມສາກົນທີ່ມີອຸດົມການຮ່ວມກັນສຳຫຼວດອະວະກາດຊັ້ນນອກ

2024-06-26 14:33:24 CRI


ວັນທີ 25 ມິຖຸນານີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ອົງການການບິນອະວະກາດແຫ່ງຊາດຈີນໄດ້ປະກາດວ່າ, ຍານກັບຄືນສູ່ໂລກຂອງຍານອະວະກາດ “ສາງເອີ 6”ໄດ້ລົງຈອດຢູ່ເຂດທີ່ກຳນົດໄວ້ຢ່າງແມ່ນຢຳ, ແລະສາມາດເຮັດວຽກໄດ້ຢ່າງເປັນປົກກະຕິ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ໂຄງການສຳຫຼວດດວງຈັນ “ສາງເອີ 6” ໄດ້ຮັບຜົນສຳເລັດຢ່າງຈົບງາມ, ທ່ານໂຄສົກຕີລາຄາຄືແນວໃດຕໍ່ກັບເລື່ອງນີ້?

 

ທ່ານນາງເໝົານິງຕອບວ່າ, ປີນີ້ແມ່ນປີທີ່ຈີນປະຕິບັດໂຄງການສຳຫຼວດດວງຈັນ ຄົບຮອບ 20 ປີ, ຈາກ ສາງເອີ 1 ຮອດ ສາງເອີ 6, ໂຄງການສຳຫຼວດດວງຈັນຂອງຈີນໄດ້ກ້າວໄປຂ້າງໜ້າຢ່າງໜັກແໜ້ນ, ໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການສຳຫຼວດດວງຈັນຂອງມວນມະນຸດ. ເລີ່ມແຕ່ຍານສຳຫຼວດ “ສາງເອີ 6” ຖືກສົ່ງເຂົ້າສູ່ວົງໂຄຈອນໃນວັນທີ 3 ພຶດສະພາປີນີ້ເປັນຕົ້ນມາ, ໄດ້ຜ່ານເວລາ 53 ວັນ, ໄດ້ເກັບຕົວຢ່າງທີ່ຂຸດເຈາະຈາກເບື້ອງຫຼັງຂອງດວງຈັນແລ້ວກັບຄືນສູ່ໂລກເປັນຄັ້ງທຳອິດໃນໂລກ. ຂ່າວນີ້ໄດ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກຕື່ນເຕັ້ນທີ່ສຸດ, ພວກເຮົາຂໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງ.

 

ຈີນຍິນດີສືບຕໍ່ຮ່ວມມືກັບຄູ່ຮ່ວມສາກົນທີ່ມີອຸດົມການຮ່ວມກັນສຳຫຼວດອະວະກາດຊັ້ນນອກທີ່ເປັນອານາເຂດຮ່ວມຂອງມວນມະນຸດ, ສືບຕໍ່ບຸກບືນສູ້ຊົນເພື່ອນຳໃຊ້ອະວະກາດຊັ້ນນອກໃນທາງສັນຕິ ເຊິ່ງເປັນພາລະກິດຮ່ວມຂອງມວນມະນຸດ.