ສະຫະພາບເອີຣົບເລີ່ມການເຈລະຈາກັບອູແກຣນ ແລະ ໂມນໂດວາກ່ຽວກັບການເຂົ້າເປັນປະເທດສະມາຊິກສະຫະພາບເອີຣົບ

2024-06-26 11:14:42 cri

ວັນທີ 25 ມິຖຸນານີ້, ຢູ່ລຸກຊຳບວກ, ສະຫະພາບເອີຣົບໄດ້ແຍກອອກຈັດກອງປະຊຸມລະຫວ່າງລັດຖະບານລະດັບລັດຖະມົນຕີຄັ້ງທຳອິດ ກັບອູແກຣນ ແລະ ໂມນໂດວາ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການເຈລະຈາກ່ຽວກັບການເຂົ້າເປັນປະເທດສະມາຊິກສະຫະພາບເອີຣົບຂອງສອງປະເທດດັ່ງກ່າວໄດ້ເລີ່ມຂຶ້ນຢ່າງເປັນທາງການ.


ມື້ດຽວກັນ, ສະຫະພາບເອີຣົບໄດ້ຍື່ນຂອບການເຈລະຈາລວມສະບັບໜຶ່ງໃຫ້ແກ່ອູແກຣນ ແລະ ໂມນໂດວາ ເຊິ່ງໄດ້ວາງທິດທາງ ແລະ ຫຼັກການຊີ້ນຳໃຫ້ແກ່ການເຈລະຈາກ່ຽວກັບການເຂົ້າເປັນປະເທດສະມາຊິກສຳລັບສອງປະເທດດັ່ງກ່າວ. ອູແກຣນ ແລະ ໂມນໂດວາຕ້ອງການສືບຕໍ່ພະຍາຍາມ ໃນການເພີ່ມຄວາມສາມາດຂອງອົງການຈັດຕັ້ງ, ສືບຕໍ່ປາບປາມການສໍ້ລາດບັງຫຼວງ ແລະ ເຮັດໃຫ້ເສດຖະກິດຕົນມີຄວາມໝັ້ນທ່ຽງກວ່າເກົ່າ ເພື່ອຕອບສະໜອງກັບມາດຕະຖານເຂັ້ມງວດ ໃນການເຂົ້າເປັນປະເທດສະມາຊິກສົມບູນຂອງສະຫະພາບເອີຣົບ.


ອູແກຣນໄດ້ຍື່ນໃບຮ້ອງຂໍເຂົ້າເປັນປະເທດສະມາຊິກສະຫະພາບເອີຣົບໃນເດືອນກຸມພາປີ 2022, ໂມນໂດວາກໍໄດ້ຍື່ນໃບຮ້ອງຂໍໃນເດືອນມີນາປີດຽວກັນ. ເດືອນມິຖຸນາປີ 2022, ສອງປະເທດໄດ້ກາຍເປັນປະເທດສະມາຊິກສຳຮອງຂອງສະຫະພາບເອີຣົບ. ເດືອນທັນວາປີ 2023, ສະພາມົນຕີເອີຣົບໄດ້ຕົກລົງເລີ່ມການເຈລະຈາເຂົ້າເປັນປະເທດສະມາຊິກຂອງອູແກຣນ ແລະ ໂມນໂດວາ.