ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 15 ຫາ 18 ກໍລະກົດໜ້ານີ້

2024-06-27 14:09:57 cri

ວັນທີ 27 ມິຖຸນານີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມ ໂດຍໄດ້ຄົ້ນຄວ້າຫົວຂໍ້ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກໄດ້ເປັນປະທານກອງປະຊຸມ. ກອງປະຊຸມຕົກລົງວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 15 ຫາ 18 ກໍລະກົດໜ້ານີ້.