ກອງປະຊຸມເວທີເປິກສາຫາລືດາໂວສລະດູຮ້ອນຈ້ອງມອງການພັດທະນາພະລັງງານທົ່ວໂລກ

2024-06-27 10:19:51 cri

ກອງປະຊຸມປະຈຳປີຜູ້ນຳໜ້າໃໝ່ຄັ້ງທີ 15 ຂອງກອງປະຊຸມເວທີເປິກສາຫາລືເສດຖະກິດໂລກ ກໍຄື ກອງປະຊຸມເວທີເປິກສາຫາລືດາໂວສລະດູຮ້ອນພວມດຳເນີນຢູ່ນະຄອນຕ້າຫຼຽນຂອງຈີນ, ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ຈ້ອງມອງການພັດທະນາພະລັງງານທົ່ວໂລກ ໂດຍປິ່ນອ້ອມຫົວຂໍ້ການປະດິດສ້າງໃໝ່, ພະລັງງານໝູນວຽນ ແລະ ສີຂຽວ.


ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ການນຳໃຊ້ພະລັງງານໃໝ່ທົ່ວໂລກໄດ້ຮັກສາທ່ວງທ່າຂະຫຍາຍຕົວຢ່າງຕັ້ງໜ້າໃນຮອບ 10 ປີຜ່ານມາ, ປະເທດຕ່າງໆໄດ້ເພີ່ມທະວີການລົງທຶນຕໍ່ພະລັງງານໝູນວຽນຕາມໆກັນ ເພື່ອຊຸກຍູ້ການປັບປຸງອົງປະກອບພະລັງງານໃຫ້ດີຂຶ້ນ ແລະ ດຳເນີນການປະດິດສ້າງໃໝ່ໃນດ້ານເຕັກນິກພະລັງງານສະອາດ.

ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມກ່າວຕື່ມວ່າ: ການປະດິດສ້າງໃໝ່ດ້ານເຕັກນິກ, ການໃຊ້ພະລັງງານໝູນວຽນ ແລະ ການປະຢັດພະລັງງານແລະຫຼຸດການປ່ອຍກາກບອນ ເປັນ 3 ຫົວຂໍ້ສຳຄັນໃນການພັດທະນາພະລັງງານທົ່ວໂລກໃນອະນາຄົດ. ໃນຂະບວນການດັ່ງກ່າວ, ການຫຼຸດການສິ້ນເປືອງພະລັງງານຟອດຊິວໃນຕົ້ນທາງ ແລະ ຍົກປະສິດທິພາບຂອງລະບົບໄຟຟ້າປາຍທາງໃຫ້ສູງຂຶ້ນ ເປັນມາດຕະການທີ່ສຳຄັນ. ນອກນີ້, ປະເທດຕ່າງໆຕ້ອງເພີ່ມທະວີການຮ່ວມມືກັນ, ຮ່ວມກັນທັບມ້າງກຳແພງດ້ານເຕັກນິກ ເພື່ອຊຸກຍູ້ການພັດທະນາແບບຍືນຍົງດ້ານພະລັງງານທົ່ວໂລກ.