ທ່ານສີຈິ້ນຜິງຊ່ວຍຫຼຸດຜ່ອນພາລະໃຫ້ພະນັກງານວິທະຍາສາດເຕັກນິກ

2024-06-27 20:33:39 CRI



ໃນກອງປະຊຸມສະຖາບັນວິທະຍາສາດຈີນຄັ້ງທີ20, ກອງປະຊຸມສະຖາບັນວິສະວະກຳຈີນຄັ້ງທີ15 ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ10ຂອງສະມາຄົມວິທະຍາສາດເຕັກນິກຈີນທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເມື່ອວັນທີ28ພຶດສະພາ2021, ຄຳເວົ້າຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເຮັດໃຫ້ພະນັກງານວິທະຍາສາດເຕັກນິກທຸກຄົນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍຮູ້ສຶກອົບອຸ່ນໃຈຫຼາຍ,ເພິ່ນເວົ້າວ່າ:

 

“ຕ້ອງສ້າງກົນໄກຮັບປະກັນໃຫ້ພະນັກງານວິທະຍາສາດເຕັກນິກສຸມເຫື່ອແຮງສະຕິປັນຍາເຂົ້າໃນການຄົ້ນຄວ້າວິທະຍາສາດ, ເຮັດໃຫ້ພະນັກງານວິທະຍາສາດເຕັກນິກສຸມເຫື່ອແຮງສະຕິປັນຍາເຂົ້າໃນການປະດິດສ້າງແລະຄົ້ນຄວ້າພັດທະນາວິທະຍາສາດເຕັກນິກ.” “ເດັດຂາດບໍ່ໃຫ້ພະນັກງານວິທະຍາສາດເຕັກນິກຕ້ອງທຸ້ມເທເວລາຈຳນວນຫຼວງຫຼາຍເຂົ້າໃນກິດຈະກຳທີ່ບໍ່ມີປະໂຫຍດຄືກັບການຮັບຮອງແຂກ, ເສຍເວລາໃນກິດຈະກຳການປະເມີນຜົນຕີລາຄາແບບບໍ່ຈຳເປັນ, ເສຍເວລາໃນກິດຈະກຳຕ່າງໆທີ່ເປັນລັດທິຮູບການແລະລັດທິອາຍາສິດ!”

 

ການປະດິດສ້າງດ້ານວິທະຍາສາດເຕັກນິກແມ່ນຕ້ອງມີຄວາມສາມາດສູງໃນດ້ານວິຊາການ, ແຕ່ກໍປັດສະຈາກການທຸ້ມເທເວລາຢ່າງຍາວນານບໍ່ໄດ້ເຊັ່ນດຽວກັນ. ແຕ່ໃນສະພາບຕົວຈິງແລ້ວ, ເວລາອັນມີຄ່າຂອງບັນດາພະນັກງານວິທະຍາສາດເຕັກນິກມັກຈະຖືກໃຊ້ເຂົ້າໃນກິດຈະກຳຕ່າງໆທີ່ບໍ່ກ່ຽວຂ້ອງກັບການຄົ້ນຄວ້າວິທະຍາສາດ. ທ່ານ ຈົ່ງນານຊ່ານ ບັນດິດສະຖາບັນວິສະວະກຳຈີນເຄີຍເວົ້າໂດຍກົງວ່າ: “ປັດຈຸບັນ, ຫາກພະນັກງານວິທະຍາສາດເຕັກນິກໄດ້ຮັບຜົນງານໃດໜຶ່ງແລ້ວ, ກໍຈະມີວຽກເພີ່ມໃນຫຼາຍດ້ານເອົາແທ້ເອົາວ່າ, ຈະຕ້ອງຂຶ້ນເວທີ,ຈະຕ້ອງມີຄຳເຫັນ, ຂ້າພະເຈົ້າມີຄວາມຮູ້ສຶກອັນເລິກເຊິ່ງໃນດ້ານນີ້. ພະນັກງານວິທະຍາສາດເຕັກນິກຕ້ອງການມີເວລາຫຼາຍຂຶ້ນສຳລັບເຮັດວຽກຄົ້ນຄວ້າວິທະຍາສາດ ແລະເຮັດຢ່າງສະບາຍໃຈ, ຈຸດນີ້ແມ່ນສຳຄັນຫຼາຍ!”

 

ທ່ານກົ່ງສີຫວງ ບັນດິດສະຖາບັນວິທະຍາສາດຈີນທີ່ໄດ້ເຂົ້າຮັບຟັງຄຳປາໄສຂອງທ່ານສີຈິ້ນຜິງຢູ່ທີ່ປະຊຸມນັ້ນໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: ຄຳເວົ້າຂອງທ່ານປະທານສີຈິ້ນຜິງຈັ່ງແມ່ນເວົ້າຖືກໃຈຄົນທັງຫຼາຍເອົາແທ້ເອົາວ່າ.

 

ທ່ານນາງ ເຝີງສ້ຽວຈ່ວນ ຮອງຫົວໜ້າສະຖາບັນວັດແທກຊັ່ງຕວງດ້ວຍວິສະວະກໍາທາງຄວາມຮ້ອນແລະການນຳສົ່ງຄວາມຮ້ອນຂອງສະຖາບັນຄົ້ນຄວ້າການວັດແທກຊັ່ງຕວງແຫ່ງຊາດຈີນກໍຮູ້ສຶກຕື່ນເຕັ້ນດີໃຈຫຼາຍ, ທ່ານນາງເວົ້າວ່າ: “ຮູ້ສຶກໄດ້ເຖິງຄວາມຊາບຊຶ້ງໃຈຢ່າງໜຶ່ງຍ້ອນຄວາມສັບສົນແລະຄວາມອຸກອັ່ງຢູ່ໃນໃຈຂອງຕົນມີຄົນເຂົ້າໃຈ.”

 



ພະນັກງານວິທະຍາສາດເຕັກນິກຂອງທີມງານ“ກ້ອງຊ່ອງຟ້າຈີນ” ດຳເນີນການຄົ້ນຄວ້າວິທະຍາສາດ


 ພາຍໃຕ້ຄວາມເອົາໃຈໃສ່ຊ່ວຍຫຼຸດຜ່ອນພາລະໃຫ້ພະນັກງານວິທະຍາສາດເຕັກນິກຈາກທ່ານສີຈິ້ນຜິງ,  ທ່ານຈ່ຽງເຜີງ ຫົວໜ້າວິສະວະກອນຂອງໂຄງການກ້ອງສ່ອງໂທລະທັດວິທະຍຸໜ້າໝາກບານທີ່ມີເສັ້ນຜ່າສູນກາງ 500 ແມັດ ຫຼື FAST ຫຼືຖືກເອີ້ນວ່າ “ກ້ອງຊ່ອງຟ້າຈີນ” ໄດ້ນຳພາທີມງານລົງເຖິງສ່ວນເລິກເຂດພູດອຍເພື່ອດຳເນີນການຄົ້ນຄວ້າວິທະຍາສາດແບບສຸມຈິດສຸມໃຈຫຼາຍກວ່າເກົ່າ. ປັດຈຸບັນ, “ກ້ອງຊ່ອງຟ້າຈີນ” ໄດ້ພົບເຫັນ ດາວPulsarໃໝ່ຫຼາຍກວ່າ900ດວງ ເຊິ່ງໄດ້ເສີມຂະຫຍາຍຂອບເຂດສຸດຂີດໃນການສັງເກດອະວະກາດຂອງມະນຸດ.

 

ນອກຈາກເອົາໃຈໃສ່ຮັບປະກັນເວລາໃນການຄົ້ນຄວ້າວິທະຍາສາດເຕັກນິກແລ້ວ, ທ່ານສີຈິ້ນຜິງຍັງໄດ້ຊຸກຍູ້ການແກ້ໄຂບັນຫາຄຸ້ມຄອງງົບປະມານຄົ້ນຄວ້າວິທະຍາສາດທີ່ມີບັນຫາແບບຕາຍຕົວ.

 



ວັນທີ30ພຶດສະພາ2016,ຢູ່ໃນກອງປະຊຸມປະດິດສ້າງດ້ານວິທະຍາສາດເຕັກນິກທົ່ວປະເທດຈີນ, ກອງປະຊຸມສະຖາບັນວິທະຍາສາດຈີນ,ກອງປະຊຸມສະຖາບັນວິສະວະກຳຈີນ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ9ຂອງສະມາຄົມວິທະຍາສາດເຕັກນິກຈີນ, ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນ.

 ວັນທີ30ພຶດສະພາ2016,ຢູ່ໃນກອງປະຊຸມປະດິດສ້າງດ້ານວິທະຍາສາດເຕັກນິກທົ່ວປະເທດຈີນ, ກອງປະຊຸມສະຖາບັນວິທະຍາສາດຈີນ,ກອງປະຊຸມສະຖາບັນວິສະວະກຳຈີນ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ9ຂອງສະມາຄົມວິທະຍາສາດເຕັກນິກຈີນ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ສຸມກຳລັງເຂົ້າໃນການປະຕິຮູບ,ປະດິດສ້າງຮູບການນຳໃຊ້ແລະຄຸ້ມຄອງງົບປະມານຄົ້ນຄວ້າວິທະສາດ, ເຮັດໃຫ້ງົບປະມານຮັບໃຊ້ການເຄື່ອນໄຫວປະດິດສ້າງຂອງຄົນ ແຕ່ບໍ່ແມ່ນເຮັດໃຫ້ການເຄື່ອນໄຫວປະດິດສ້າງຂອງຄົນຮັບໃຊ້ງົບປະມານ.

 

ພໍແຕ່ຄຳເວົ້າຂອງທ່ານສີຈິ້ນຜິງຈົບລົງ ກໍມີສຽງຕົບມືດັງຟົດສະໜັ່ນຂຶ້ນທັນທີ.

 

ໄປຄຽງຄູ່ກັບຈີນເຜີຍແຜ່ “ບາງຄວາມເຫັນວ່າດ້ວຍການປັບປຸງນະໂຍບາຍກ່ຽວກັບການຄຸ້ມຄອງງົບປະມານໂຄງການຄົ້ນຄວ້າວິທະຍາສາດຂອງການເງິນສູນກາງແລະອື່ນໆຕື່ມອີກ” ກໍຄືໄດ້ວາງນະໂຍບາຍຕ່າໆເຊັ່ນ: ທົດລອງປະຕິບັດລະບຽບການ “ການເບີກຈ່າຍງົບປະມານແບບຂາດຕົວ” ໃນໂຄງການກອງທຶນວິທະຍາສາດຊາວໜຸ່ມຜູ້ດີເດັ່ນແຫ່ງຊາດທີ່ໄດ້ຮັບອະນຸມັດຈາກລັດຖະບານ ແລະອື່ນໆ, ຄວາມມຸ່ງຫວັງຂອງພະນັກງານວິທະຍາສາດເຕັກນິກທັງຫຼາຍໄດ້ປາກົດຜົນເປັນຈິງເທື່ອລະກ້າວ.

 

ນັບແຕ່ປີ2012ເປັນຕົ້ນມາ, ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງ, ຈີນໄດ້ວາງນະໂຍບາຍຕ່າງໆກ່ຽວກັບການເປີດກວ້າງສິດເປັນເຈົ້າຕົນເອງໃນດ້ານການຄົ້ນຄວ້າວິທະຍາສາດ,ເຊິ່ງເປັນການທັບມ້າງອຸປະສັກແລະສິ່ງກີດຂວາງຕ່າງໆ ເພື່ອມອບສິດ,ເສີມສ້າງຄວາມເຂັ້ມແຂງແລະຫຼຸດຜ່ອນພາລະໃຫ້ພະນັກງານວິທະຍາສາດເຕັກນິກຢ່າງບໍ່ຢຸດຢັ້ງ.

 



ຢູ່ເມືອງວິທະຍາສາດເຕັກນິກອ່າວຢາໂຈ່ວນະຄອນຊ່ານຢ້າແຂວງໄຫຫຼຳ, ພະນັກງານວິທະຍາສາດເຕັກນິກຜູ້ຫນຶ່ງກຳລັງຄົ້ນຄວ້າວິທະຍາສາດ

ນັບແຕ່ປີ2018ເປັນຕົ້ນມາ, ຈີນໄດ້ປະຕິບັດການເຄື່ອນໄຫວສຳລັລຫຼຸດຜ່ອນພາລະໃຫ້ພະນັກງານວິທະຍາສາດເຕັກນິກເປັນການສະເພາະ. ປັດຈຸບັນ ການເຄື່ອນໄຫວດັ່ງກ່າວໄດ້ຍົກລະດັບຂຶ້ນເປັນສະບັບ3.0ແລ້ວ. ຕາມຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງວິທະຍາສາດແລະເຕັກໂນໂລຊີຈີນໃຫ້ຮູ້ວ່າ: ໄປຄຽງຄູ່ກັບມາດຕະການທີ່ກ່ຽວຂ້ອງໄດ້ເຂົ້າເຖິງລະບຽບການ, ໂຄງການແລະຂັ້ນຕອນຕ່າງໆແລ້ວ, ການເຄື່ອນໄຫວຫຼຸດຜ່ອນພາລະທຸກດ້ານໄດ້ຮັບປະສິດທິຜົນທີ່ດີ.

 

 ຕົວຢ່າງ: ຈາກຂອດຮ້ອງຂໍຈົນຮອດການປະເມີນຕີລາຄາຜົນງານສັງລວມ, ແບບຟອມສຳລັບແຜນການຄົ້ນຄວ້າພັດທະນາວິທະຍາສາດຈຸດສຸມແຫ່ງຊາດໄດ້ຫຼຸດລົງຈາກ57ໃບເຫຼືອພຽງ11ໃບເທົ່ານັ້ນ, ເຊິ່ງໄດ້ບັນລຸເປົ້າໝາຍທີ່ “ແບບຟອມດຽວໃຊ້ໄດ້ຫຼາຍແນວ”. ຮູບການປະຕິບັດງານແບບເຕັກໂນໂລຊີຂໍ້ມູນຂ່າວສານໄດ້ຮັບການຊຸກຍູ້ຢ່າງຮອບດ້ານ, ແບບຟອມແລະຟາຍ໌ແບບໃໝ່ໄດ້ຖືກນຳໃຊ້ເຂົ້າໃນລະບົບຂໍ້ມູນຂ່າວສານຄຸ້ມຄອງວິທະຍາສາດເຕັກນິກແຫ່ງຊາດ.ໄດ້ໂຮມເອົາບົດລາຍງານປະຈຳປີແລະບົດລາຍງານສະພາບການປະຕິບັດງົບປະມານເຂົ້າເປັນອັນດຽວກັນ ໂດຍບໍ່ຈຳເປັນຕ້ອງຮຽບຮຽງບົດລາຍງານສະພາບການປະຕິບັດງົບປະມານອີກຕ່າງຫາກ. ທັງໝົດນີ້ແມ່ນຊ່ວຍໃຫ້ພະນັກງານວິທະຍາສາດເຕັກນິກທັງຫຼາຍປະຢັດເວລາອັນມີຄ່າໄດ້ຢ່າງຫຼວງຫຼາຍ.

 

ວິທີດີທີ່ສຸດມັກຈະເປັນວິທີງ່າຍທີ່ສຸດ, ງ່າຍທີ່ສຸດຢູ່ບ່ອນນີ້ກໍເປັນຍ້ອນການຫຼຸດຜ່ອນຂັ້ນຕອນໃຫ້ກະທັດຮັດ.

 

ໃນກອງປະຊຸມສະຖາບັນວິທະຍາສາດຈີນຄັ້ງທີ20, ກອງປະຊຸມສະຖາບັນວິສະວະກຳຈີນຄັ້ງທີ15 ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ10ຂອງສະມາຄົມວິທະຍາສາດເຕັກນິກຈີນທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເມື່ອວັນທີ28ພຶດສະພາ2021, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ສຳລັບກິດຈະກຳທີ່ມີລັກສະນະຖືກກັບໂອກາດ ແລະຮັບຮອງແຂກ ມີພະນັກງານວິທະຍາສາດເຂົ້າຮ່ວມໜ້ອຍລົງແດ່ ມັນຈະບໍ່ນຳມາເຊິ່ງຄວາມເສຍຫາຍຫຍັງດອກ!” “ບໍ່ໃຫ້ເຮັດແບບເອົາພິທີການເລື່ອງມະຍິກມະຍ່ອຍໄປມັດຕີນມັດມືນັກວິທະຍາສາດຈົນເຮັດຫຍັງບໍ່ໄດ້, ບໍ່ໃຫ້ເຮັດແບບເຮັດໃຫ້ນັກວິທະຍາສາດສູນເສຍເຫື່ອແຮງສະຕິປັນຍານຳເລື່ອງບົດລາຍງານແລະແລ່ນນຳເອກະສານຂໍອະນຍຸດແບບບໍ່ແລ້ວເປັນຈັກເທື່ອ!”

 

ຈາກມາດຕະການຫຼຸດຜ່ອນພາລະເຫຼົ່ານີ້, ບໍ່ພຽງແຕ່ເຫັນໄດ້ເຖິງຄວາມຫວັງຢ່າງຍິ່ງຂອງທ່ານສີຈິ້ນຜິງທີ່ຢາກຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການປະດິດສ້າງຂອງຖັນແຖວພະນັກງານວິທະຍາສາດເຕັກນິກເທົ່ານັ້ນ, ຍິ່ງສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງເພິ່ນທີ່ມີຕໍ່ພະນັກງານວິທະຍາສາດເຕັກນິກນຳອີກ.