ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໄດ້ກາຍເປັນວິກິດການສາທາລະນະສຸກຂອງອາເມຣິກາ

2024-06-27 10:28:15 cri

ວັນທີ 25 ມິຖຸນານີ້, ທ່ານວີເວັກ ເມີທີ ຫົວໜ້າອົງການສາທາລະນະສຸກອາເມຣິກາກ່າວວ່າ: ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຢູ່ອາເມຣິກາໄດ້ກາຍເປັນວິກິດການສາທາລະນະສຸກແລ້ວ. ທ່ານຮຽກຮ້ອງໃຫ້ປະຕິບັດການເຄື່ອນໄຫວໃນທັນທີ ເພື່ອສະກັດກັ້ນບໍ່ໃຫ້ຈຳນວນຜູ້ເສຍຊີວິດຍ້ອນອາວຸດປືນ ແລະ ຜົນຮ້າຍຢ້ອນຫຼັງເພີ່ມຂຶ້ນອີກ ໂດຍສະເພາະແມ່ນຜົນກະທົບຕໍ່ຊາວອາເມຣິກາເຊື້ອສາຍອາຟຣິກາ, ຊາວໜຸ່ມ ແລະ ກຸ່ມຄົນອື່ນໆ.


ມື້ດຽວກັນ, ທ່ານວີເວັກ ເມີທີໄດ້ເຜີຍແຜ່ບົດລາຍງານໃຫ້ຄຳເປິກສາດ້ານສາທາລະນະສຸກທີ່ແນໃສ່ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນສະບັບທຳອິດ ໂດຍກ່າວວ່າ: ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໄດ້ສ້າງຜົນກະທົບລັກສະນະທຳລາຍແລະຍາວນານຕໍ່ສຸຂະພາບຂອງປະຊາຊົນ. ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນບໍ່ພຽງແຕ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 50.000 ຄົນຕໍ່ປີເທົ່ານັ້ນ, ຫາກຍັງໄດ້ສ້າງຜົນກະທົບຕໍ່ຜູ້ລອດຊີວິດ, ຜູ້ເຫັນເຫດການ, ຄອບຄົວຜູ້ຖືກເຄາະຮ້າຍ ແລະ ຜູ້ຮັບຮູ້ເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຈາກຂ່າວນັບເປັນລ້ານຄົນ ຍ້ອນການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ.


ບົດລາຍງານຍັງລະບຸວ່າ: ປີ 2020, ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໄດ້ກາຍເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເດັກນ້ອຍແລະຊາວໜຸ່ມອາເມຣິກາເສຍຊີວິດ.