ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກຫວຽດນາມ

2024-06-27 10:18:08 cri

ຕອນບ່າຍວັນທີ 26 ມິຖຸນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຟ້າມມິ່ງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືດາໂວສລະດູຮ້ອນ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນຍຶດໝັ້ນລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ ເຊິ່ງຈະສ້າງໂອກາດໃໝ່ໃຫ້ແກ່ສອງຝ່າຍຈີນ-ຫວຽດນາມເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການເຊື່ອມໂຍງເຊື່ອມຈອດກັນ, ເສດຖະກິດດີຈີຕອນ ແລະອື່ນໆ. ສອງຝ່າຍຄວນຮັກສາການໄປມາຫາສູ່ຢ້ຽມຢາມກັນລະຫວ່າງການນຳຂັ້ນສູງ, ຮ່ວມກັນຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນລະຫວ່າງສອງປະເທດໃຫ້ສູງຂຶ້ນ, ຊຸກຍູ້ໃຫ້ການຮ່ວມມືຕົວຈິງລະຫວ່າງສອງປະເທດພັດທະນາໄປດ້ວຍຄຸນນະພາບສູງ. ຈີນຍິນດີສົ່ງເສີມໃຫ້ວິສາຫະກິດຈີນໄປລົງທຶນຢູ່ຫວຽດນາມຫຼາຍກວ່າເກົ່າ ແລະ ຫວັງວ່າ: ຫວຽດນາມຈະສາມາດສະໜອງສະພາບແວດລ້ອມດ້ານການດຳເນີນທຸລະກິດທີ່ຍຸຕິທຳ, ທ່ຽງທຳ ແລະ ບໍ່ມີການຈຳແນກຕໍ່ວິສາຫະກິດຈີນ. ສອງຝ່າຍຄວນແກ້ໄຂບັນຫາທາງທະເລຢ່າງສົມເຫດສົມຜົນ, ເລັ່ງຊຸກຍູ້ການຮ່ວມກັນພັດທະນາທາງທະເລ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ທ່ານຟ້າມມິ່ງຈິງກ່າວວ່າ: ຫວຽດນາມສະໜັບສະໜູນບັນດາຂໍ້ລິເລີ່ມທົ່ວໂລກ ທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ, ສະໜັບສະໜູນຈີນເຂົ້າເປັນປະເທດພາຄີໃນ “ສັນຍາການພົວພັນຄູ່ຮ່ວມຂ້າມມະຫາສະໝຸດປາຊີຟິກຢ່າງຮອບດ້ານແລະກ້າວໜ້າ”, ຄັດຄ້ານການຫັນບັນຫາເສດຖະກິດການຄ້າແລະວິທະຍາສາດເຕັກໂນໂລຊີເປັນບັນຫາການເມືອງ. ຫວຽດນາມສະໜັບສະໜູນຫຼັກໝັ້ນໃນບັນຫາໄຕ້ຫວັນຂອງຈີນ, ຍຶດໝັ້ນປະຕິບັດຕາມຫຼັກການປະເທດຈີນດຽວ, ຈະຖືເອົາການລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ ແລະ ການຮ່ວມມືຕົວຈິງກັບຈີນ ພ້ອມທັງການສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ ເປັນນະໂຍບາຍການຕ່າງປະເທດບຸລິມະສິດທີ່ສຸດ ແລະ ທາງເລືອກຍຸດທະສາດຂອງຫວຽດນາມ, ຈະບໍ່ໃຫ້ອິດທິກຳລັງພາຍນອກຍຸແຍ່ແບ່ງແຍກແລະລົບກວນທຳລາຍ.