ລາວປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ນັກທ່ອງທ່ຽວຈີນ ຈະຊຸກຍູ້ໃຫ້ນັກທ່ອງທ່ຽວຈີນໄປທ່ຽວລາວເພີ່ມຂຶ້ນຢ່າງຈະແຈ້ງ

2024-06-28 16:09:07 cri

ວັນທີ 26 ມິຖຸນານີ້, ລັດຖະມົນຕີກະຊວງ ຖວທ ແຫ່ງ ສປປ ລາວໄດ້ເຊັນເອກະສານເລກທີ 29 ກ່ຽວກັບ “ລາຍລະອຽດໃນການປະຕິບັດນະໂຍບາຍວີຊາຕໍ່ນັກທ່ອງທ່ຽວສະເພາະໃນປີທ່ອງທ່ຽວລາວ 2024” ໂດຍລະບຸວ່າ: ນັກທ່ອງທ່ຽວຈີນຜູ້ຖືພາສປອດທຳມະດາ ສາມາດເຂົ້າໄປທ່ຽວປະເທດລາວ 15 ວັນແບບຍົກເວັ້ນວີຊາ ໂດຍຜ່ານການຈັດຕັ້ງຂອງບໍລິສັດທ່ອງທ່ຽວ ເຊິ່ງຈະປະຕິບັດແຕ່ວັນທີ 1 ກໍລະກົດຫາວັນທີ 31 ທັນວາປີ 2024.


ພາຍຫຼັງໄດ້ຖະແຫຼງຂ່າວດັ່ງກ່າວແລ້ວ, ຊາວເນັດຈີນໄດ້ເລີ່ມຄົ້ນຫາການທ່ອງທ່ຽວຂອງລາວຜ່ານທາງອິນເຕີເນັດນັ້ນໄດ້ມີຈຳນວນເພີ່ມຂຶ້ນຢ່າງວ່ອງໄວ, ຄຳສັບກ່ຽວກັບລາວເປັນທີ່ສົນໃຈໃນເນັດໄດ້ເພີ່ມຂຶ້ນເກືອບໜຶ່ງເທົ່າ, ຕົວເມືອງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມລວມມີນະຄອນຫຼວງວຽງຈັນ, ນະຄອນຫຼວງພະບງ, ເມືອງວັງວຽງ, ນະຄອນປາກເຊ ແລະ ແຂວງສະຫວັນນະເຂດເປັນຕົ້ນ.

ການຍົກເວັ້ນວີຊາຖືກຖືເປັນມາດຕະການສຳຄັນທີ່ຊຸກຍູ້ການທ່ອງທ່ຽວ. ນັບແຕ່ຕົ້ນປີນີ້ມາ, ຈີນໄດ້ປັບປຸງມາດຕະການວີຊາຫຼາຍຂໍ້ ເຊິ່ງລວມທັງຍົກເວັ້ນວີຊາຕໍ່ຫຼາຍປະເທດ ໄດ້ອຳນວຍຄວາມສະດວກໃຫ້ແກ່ຊາວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວ, ເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ຈີນ ແລະ ໄດ້ຮັບຄວາມຊົມເຊີຍຢ່າງກວ້າງຂວາງຈາກປະຊາຄົມໂລກ. ຕົວເລກຂໍ້ມູນທີ່ອົງການຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ: ໃນໄຕມາດທຳອິດປີນີ້, ຈຳນວນຊາວຕ່າງປະເທດທີ່ເຂົ້າມາຈີນໄດ້ເພີ່ມຂຶ້ນ 3 ເທົ່າກວ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ອອກວີຊາໃຫ້ຊາວຕ່າງປະເທດທັງໝົດ 466.000 ເທື່ອຄົນ, ເພີ່ມຂຶ້ນ 118,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຊາວຕ່າງປະເທດທີ່ເຂົ້າມາຈີນແບບຍົກເວັ້ນວີຊາມີເຖິງ 1,988 ລ້ານເທື່ອຄົນ, ເພີ່ມຂຶ້ນ 266,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ນັບແຕ່ໄທໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ນັກທ່ອງທ່ຽວຈີນ ແຕ່ວັນທີ 25 ກັນຍາປີ 2023 ແລະ ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຖາວອນຕໍ່ພົນລະເມືອງຈີນ ແຕ່ວັນທີ 1 ມີນາປີນີ້ເປັນຕົ້ນມາ, ນັກທ່ອງທ່ຽວຈີນທີ່ໄປທ່ຽວໄທໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ນັບແຕ່ວັນທີ 1 ມັງກອນຫາວັນທີ 9 ມິຖຸນາປີ 2024, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດທັງໝົດ 15,54 ລ້ານຄົນ. ໃນນັ້ນ, ນັກທ່ອງທ່ຽວຈີນມີຫຼາຍກວ່າ 3 ລ້ານຄົນ ແລະ ເປັນອັນດັບໜຶ່ງໃນນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວໄທ. ນັບແຕ່ມາເລເຊຍໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ພົນລະເມືອງຈີນແຕ່ວັນທີ 1 ທັນວາປີ 2023 ເປັນຕົ້ນມາ, ລະຫວ່າງເດືອນທັນວາປີກາຍຫາເດືອນເມສາປີນີ້, ນັກທ່ອງທ່ຽວຈີນທີ່ໄປທ່ຽວມາເລເຊຍໄດ້ບັນລຸເຖິງ 1,124 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 2,4 ເທົ່າ ເມື່ອທຽບໃສ່ເດືອນທັນວາປີ 2022 ຫາເດືອນເມສາປີ 2023.

ຕົວເລກຂໍ້ມູນທາງອິນເຕີເນັດສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ນັກທ່ອງທ່ຽວແຜ່ນດິນໃຫຍ່ຈີນທີ່ໄປທ່ຽວລາວໄດ້ເພີ່ມຂຶ້ນປະມານ 1 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃບສັ່ງຈອງຈະໄປທ່ຽວລາວໃນຍາມພັກຮຽນລະດູຮ້ອນປີນີ້ໄດ້ເພີ່ມຂຶ້ນຫຼາຍກວ່າ 140%, ລາວໄດ້ກາຍເປັນ 1 ໃນ 10 ປະເທດ ທີ່ດຶງດູດນັກທ່ອງທ່ຽວຈີນໃຫ້ເພີ່ມຂຶ້ນໄວທີ່ສຸດໃນໄລຍະພັກຮຽນລະດູຮ້ອນປີນີ້.


ປີທ່ອງທ່ຽວລາວໄດ້ຜ່ານໄປເຄິ່ງປີແລ້ວ, ລັດຖະບານລາວໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາດັ່ງກ່າວ ຈະມີບົດບາດອັນຕັ້ງໜ້າຕໍ່ການແລກປ່ຽນດ້ານວັດທະນະທຳ ແລະ ຂະແໜງການທ່ອງທ່ຽວຂອງລາວໃນຫົກເດືອນທ້າຍປີນີ້ ແລະ ຈະອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນໄປທ່ຽວລາວ ທັງຈະຊຸກຍູ້ຕະຫຼາດການທ່ອງທ່ຽວລາວໃຫ້ພັດທະນາຂຶ້ນຢ່າງຈະແຈ້ງ. ໃນຂະນະດຽວກັນ, ເວົ້າສຳລັບພາກພື້ນອາຊີຕາເວັນອອກສຽງໃຕ້ແລ້ວ, ປັດຈຸບັນນີ້, ຈີນໄດ້ບັນລຸສັນຍາຍົກເວັ້ນວີຊາກັບມາເລເຊຍ, ໄທ ແລະ ສິງກະໂປ ເຊິ່ງໄດ້ຊຸກຍູ້ໃຫ້ນັກທ່ອງທ່ຽວຈີນໄປທ່ຽວ 3 ປະເທດດັ່ງກ່າວເປັນຈຳນວນຫຼວງຫຼາຍ. ພາຍຫຼັງລາວໄດ້ປະຕິບັດມາດຕະການຍົກເວັ້ນວີຊາຕໍ່ນັກທ່ອງທ່ຽວຈີນແລ້ວ, ຈະດຶງດູດນັກທ່ອງທ່ຽວຈີນໄປທ່ຽວລາວ ພ້ອມທັງໄປທ່ຽວສິງກະໂປ, ມາເລເຊຍ ແລະ ໄທ ທີ່ຢູ່ໃກ້ຄຽງກັນຕື່ມອີກ.