ທ່ານສີຈິ້ນຜິງເຂົ້າຮ່ວມພິທີລະນຶກການຖະແຫຼງ ຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີ ແລະກ່າວຄຳປາໄສທີ່ສຳຄັນ

2024-06-28 10:35:48 CRI

ຕອນເຊົ້າວັນທີ 28 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີລະນຶກການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີ ແລະກ່າວຄຳປາໄສທີ່ສຳຄັນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

 

ທ່ານສີຈິ້ນຜິງກ່າວວ່າ, ໃນໄລຍະ 70 ປີຜ່ານມາ, ຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິໄດ້ກາຍເປັນບັນທັດງານພື້ນຖານຂອງສາຍພົວພັນສາກົນ ແລະ ຫຼັກການພື້ນຖານຂອງກົດໝາຍສາກົນທີ່ເປີດກວ້າງ ກວມລວມ ແລະ ສາມາດນຳໃຊ້ໄດ້ໂດຍທົ່ວໄປ, ໄດ້ປະກອບສ່ວນທາງປະຫວັດສາດທີ່ບໍ່ອາດລຶບເລືອນໄດ້ຕໍ່ໃນພາລະກິດກ້າວໜ້າຂອງມວນມະນຸດ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ໃນຊູ່ມື້ນີ້, ເມື່ອປະເຊີນໜ້າກັບຫົວຂໍ້ຍິ່ງໃຫຍ່ທີ່ວ່າ “ສ້າງໂລກໃຫ້ເປັນຄືແນວໃດ, ເຮັດແນວໃດເພື່ອສ້າງໂລກນີ້”, ຈີນໄດ້ໃຫ້ຄຳຕອບແຫ່ງຍຸກສະໄໝ ຄື ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປັດຈຸບັນ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ຫັນຈາກຂໍ້ລິເລີ່ມຂອງຈີນກາຍມາເປັນຄວາມຮັບຮູ້ຮ່ວມຂອງສາກົນ, ຈາກວິໄສທັດອັນດີງາມຫັນເປັນພຶດຕິກຳຕົວຈິງທີ່ອຸດົມສົມບູນ, ເຊິ່ງໄດ້ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດທີ່ມີສັນຕິພາບ ໝັ້ນຄົງ ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າ.

 

ທ່ານສີຈິ້ນຜິງຍັງປະກາດວ່າ, ຈີນຈະສ້າງຕັ້ງສູນຄົ້ນຄວ້າ “ພາກໃຕ້ໂລກ”, ໃນ 5 ປີຕໍ່ໜ້າ ຈະສະໜອງ “ທຶນການສຶກສາຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ” ຈຳນວນ1000 ທຶນໃຫ້ປະເທດ “ພາກໃຕ້ໂລກ”, ສະໜອງທຶນສຳມະນາກອນຈຳນວນ 1 ແສນທຶນ, ພ້ອມທັງເປີດແຜນການອົບຮົມຜູ້ນຳໜ້າຊາວໜຸ່ມ “ພາກໃຕ້ໂລກ”. ຈີນຈະສືບຕໍ່ສ້າງກອງທຶນຮ່ວມມືໃຕ້ໃຕ້ ແລະ ກອງທຶນຮ່ວມມືສາມຝ່າຍໃນກອງທຶນພັດທະນາກະສິກຳສາກົນ, ເພີ່ມເງິນບໍລິຈາກເປັນເງິນຢວນເທົ່າກັບ 10 ລ້ານໂດລາ, ເພື່ອສະໜັບສະໜູນການພັດທະນາກະສິກຳ “ພາກໃຕ້ໂລກ”. ຈີນຍິນດີຮ່ວມກັບປະເທດ “ພາກໃຕ້ໂລກ”ຫຼາຍກວ່າເກົ່າເຈລະຈາການຄ້າເສລີ, ສືບຕໍ່ສະໜັບສະໜູນຂໍ້ລິເລີ່ມຊ່ວຍເຫຼືອຊຸກຍູ້ການຄ້າທີ່ລີເລີ່ມໂດຍອົງການການຄ້າໂລກ,  ແລະ ຈະສືບຕໍ່ລົງທຶນເຂົ້າໃນ “ໂຄງການຂອງຈີນ”, ຍິນດີຕ້ອນຮັບປະເທດ “ພາກໃຕ້ໂລກ” ຫຼາຍກວ່າເກົ່າເຂົ້າເປັນສະມາຊິກ “ຂໍ້ລິເລີ່ມຂອບການຮ່ວມມືເສດຖະກິດການຄ້າສາກົນກ່ຽວກັບເສດຖະກິດດີຈີຕອນ ແລະ ການພັດທະນາແບບສີຂຽວ”. ເລີ່ມແຕ່ດຽວນີ້ເປັນຕົ້ນໄປຮອດປີ 2030, ມູນຄ່າສິນຄ້າທີ່ຈີນນຳເຂົ້າຈາກປະເທດພວມພັດທະນາຄາດວ່າຈະລື່ນກາຍ 8000 ຕື້ໂດລາ.