ກຳປູເຈຍມອບຫຼຽນໄຊໃຫ້ໜ່ວຍແພດຈີນທີ່ໄປຊ່ວຍເຫຼືອກຳປູເຈຍ

2024-06-28 15:14:13 cri

ວັນທີ 27 ມິຖຸນານີ້, ຢູ່ນະຄອນຫຼວງພະນົມເປັນ, ກະຊວງສາທາລະນະສຸກກຳປູເຈຍໄດ້ຈັດພິທີມອບຫຼຽນໄຊໃຫ້ໜ່ວຍແພດຈີນທີ່ໄປຊ່ວຍເຫຼືອກຳປູເຈຍ.

ທ່ານຈຽງ ຣາ ລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍກ່າວວ່າ: ໜ່ວຍແພດຈີນທີ່ໄປຊ່ວຍເຫຼືອກຳປູເຈຍໄດ້ຈັດຊຸດເຝິກອົບຮົມແພດແຜນຈີນໃຫ້ແກ່ໂຮງໝໍມິດຕະພາບກຳປູເຈຍ-ຈີນໂກສມາ, ໄດ້ສ້າງຕັ້ງສູນຢາແລະແພດແຜນຈີນ ກຳປູເຈຍ-ຈີນ ແລະ ໄດ້ບົ່ງມະຕິປິ່ນປົວຄົນເຈັບ 18.000 ກວ່າຄົນ. ທ່ານໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະມາຊິກໜ່ວຍແພດຈີນ ແລະ ສະແດງຄວາມຊົມເຊີຍຕໍ່ໜ່ວຍແພດຈີນ ທີ່ມີນ້ຳໃຈຮັບຜິດຊອບສູງ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເບິ່ງແຍງສຸຂະພາບຂອງປະຊາຊົນກຳປູເຈຍ.

ຕາມຂ່າວແຈ້ງວ່າ: ນັບແຕ່ໜ່ວຍແພດຈີນໄປປະຕິບັດໜ້າທີ່ຢູ່ກຳປູເຈຍເປັນເວລາໜຶ່ງປີມານີ້, ໄດ້ຊຸກຍູ້ການສ້າງຕັ້ງສູນຢາແລະແພດແຜນຈີນ ກຳປູເຈຍ-ຈີນ, ພະແນກກວດເຂດນອກຮັບບົ່ງມະຕິພະຍາດໄດ້ເປັນອັນດັບໜຶ່ງໃນບັນດາພະແນກຢູ່ໂຮງໝໍມິດຕະພາບກຳປູເຈຍ-ຈີນໂກສມາ, ວິທີ ແລະ ປະສິດທິພາບດ້ານການປິ່ນປົວດ້ວຍຢາແລະແພດແຜນຈີນໄດ້ເປັນທີ່ຍອມຮັບຢ່າງກວ້າງຂວາງຈາກຄົນເຈັບກຳປູເຈຍ.