ການຮ່ວມມືດ້ານການອະນຸລັກໝີແພນດາລະຫວ່າງຈີນ-ໂອຕຣິສ ແລະ ຈີນ-ອາເມຣິກາຮອບໃໝ່ ຈະເສີມສ້າງມິດຕະພາບລະຫວ່າງປະຊາຊົນຈີນ ແລະຕ່າງປະເທດ

2024-06-28 16:10:43 CRI

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນ ທີ່ຈັດຂຶ້ນໃນວັນທີ 27 ມິຖຸນານີ້, ມີນັກຂ່າວຖາມວ່າ: ສະມາຄົມການອະນຸລັກສັດປ່າຈີນ ໄດ້ຖະແຫຼງໃນວັນທີ 26 ມິຖຸນານີ້ວ່າ ໄດ້ເຊັນສັນຍາການຮ່ວມມືດ້ານການອະນຸລັກໝີແພນດາຮອບໃໝ່ກັບສວນສັດສະຄອນປຣຸນຂອງໂອຕຣິສແລ້ວ ທັງປະກາດວ່າ ໝີແພນດາສອງໂຕຄື “ຢຸນຊວນ” ກັບ “ຊິນປາວ” ຈະອອກເດີນທາງໄປສວນສັດຊານດີໂກຂອງອາເມຣິກາ ເຊິ່ງເປັນການເລີ່ມຕົ້ນການຮ່ວມມືດ້ານການອະນຸລັກໝີແພນດາລະຫວ່າງຈີນ-ອາເມຣິກາຮອບໃໝ່. ຂໍໃຫ້ທ່ານໂຄສົກແນະນຳສະພາບທີ່ກ່ຽວຂ້ອງໃຫ້ຮູ້ລະອຽດຕື່ມແດ່ ໄດ້ບໍ່?”.


ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການຮ່ວມມືດ້ານການຄົ້ນຄວ້າການອະນຸລັກໝີແພນດາລະຫວ່າງຈີນກັບສວນສັດສອງແຫ່ງດັ່ງກ່າວ ໄດ້ດຳເນີນມາເປັນເວລາ 20 ກວ່າປີແລ້ວ ແລະ ໄດ້ຮັບຜົນງານຢ່າງຫຼວງຫຼາຍ ເຊິ່ງໄດ້ປະກອບສ່ວນອັນຕັ້ງໜ້າຕໍ່ການຍົກລະດັບການຄົ້ນຄວ້າການອະນຸລັກໝີແພນດາ ແລະ ເສີມສ້າງມິດຕະພາບລະຫວ່າງປະຊາຊົນຈີນກັບປະຊາຊົນຕ່າງປະເທດ. ການຮ່ວມມືດ້ານການອະນຸລັກໝີແພນດາລະຫວ່າງຈີນ-ໂອຕຣິສ ແລະ ຈີນ-ອາເມຣິກາຮອບໃໝ່ ຈະປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ການເບິ່ງແຍງສຸຂະພາບຂອງໝີແພນດາ, ເສີມສ້າງຄວາມສາມາດດ້ານການອະນຸລັກສັດ ແລະພືດທີ່ໃກ້ຈະສູນພັນລວມທັງໝີແພນດາໃຫ້ສູງຂຶ້ນ ແລະ ຊຸກຍູ້ການອະນຸລັກຊີວະນານາພັນຂອງໂລກ ພ້ອມທັງເສີມສ້າງມິດຕະພາບລະຫວ່າງປະຊາຊົນຈີນ ແລະຕ່າງປະເທດ.