ໃນໄລຍະພັກລະດູຮ້ອນປີນີ້, ທ້ອງຖິ່ນຕ່າງໆຂອງຈີນຈະຈັດກິດຈະກຳຊຸກຍູ້ການບໍລິໂພກດ້ານວັດທະນະທຳ ແລະ ທ່ອງທ່ຽວຫຼາຍກວ່າ 4.000 ລາຍການ

2024-06-28 10:27:48 cri

ໄລຍະພັກລະດູຮ້ອນປີນີ້ໃກ້ຈະໝູນວຽນມາເຖິງແລ້ວ. ຕະຫຼາດການທ່ອງທ່ຽວຂອງຈີນຈະຕ້ອນຮັບລະດູການທີ່ມີນັກທ່ອງທ່ຽວ ແລະ ການບໍລິໂພກເປັນຈຳນວນຫຼວງຫຼາຍ. ວັນທີ 27 ມິຖຸນານີ້, ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນແຈ້ງໃຫ້ຮູ້ວ່າ: ອີງຕາມສະຖິຕິເບື້ອງຕົ້ນ, ໃນໄລຍະພັກລະດູຮ້ອນປີນີ້, ຢູ່ທ້ອງຖິ່ນຕ່າງໆຂອງຈີນຈະຈັດກິດຈະກຳຊຸກຍູ້ການບໍລິໂພກດ້ານວັດທະນະທຳ ແລະ ທ່ອງທ່ຽວຫຼາຍກວ່າ 4.000 ລາຍການ, ລວມທັງໝົດ 37.000 ຄັ້ງ ໂດຍຈະວາງມາດຕະການຕ່າງໆເພື່ອໃຫ້ຜົນປະໂຫຍດແກ່ປະຊາຊົນ ເຊັ່ນ: ແຈກຄູປອງ, ການຫຼຸດລາຄາປີ້, ການຫຼຸດລາຄາສິນຄ້າ ແລະອື່ນໆ.

ນອກນີ້, ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນຍັງຈະຊີ້ນຳໃຫ້ທ້ອງຖິ່ນຕ່າງໆຊຸກຍູ້ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງລະຫວ່າງວັດທະນະທຳ, ການທ່ອງທ່ຽວ ແລະ ກິລາ, ທຸລະກິດການຄ້າ, ຮູບເງົາ, ລະຄອນໂທລະພາບ ແລະ ຂົງເຂດອື່ນໆທີ່ກ່ຽວຂ້ອງ, ບຳລຸງສ້າງທຸລະກິດຮູບແບບໃໝ່ຂອງຂະແໜງການທ່ອງທ່ຽວ ແລະ ວັດທະນະທຳ; ນຳພາທ້ອງຖິ່ນຕ່າງໆຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ ໂດຍປະສານສົມທົບກັບສະພາບຕົວຈິງ ພ້ອມທັງປະຕິບັດມາດຕະການຕ່າງໆໃຫ້ດີ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.