ທ່ານສີຈິ້ນຜິງຮຽກຮ້ອງໃຫ້ປັບປຸງລະບົບຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ສົມບູນຂຶ້ນຕື່ມອີກ

2024-06-28 15:22:39 cri

ຕອນບ່າຍວັນທີ 27 ມິຖຸນານີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ດຳເນີນການຮ່ຳຮຽນລວມໝູ່ຄັ້ງທີ 15 ກ່ຽວກັບການປັບປຸງລະບົບຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ສົມບູນຂຶ້ນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານການຮ່ຳຮຽນ ໂດຍກ່າວເນັ້ນໜັກວ່າ: ການກໍ່ສ້າງພັກໃນຍຸກໃໝ່ເປັນໂຄງການທີ່ເປັນລະບົບ ທີ່ຖືເອົາການກໍ່ສ້າງພັກທາງການເມືອງເປັນທິດຊີ້ນຳ ແລະ ການກໍ່ສ້າງພັກທຸກດ້ານພັດທະນາໄປພ້ອມພຽງກັນ, ຕ້ອງຖືເອົາແນວຄິດສຳຄັນດ້ານການກໍ່ສ້າງພັກຂອງສູນກາງພັກ ແລະ ແນວຄິດສຳຄັນກ່ຽວກັບການປະຕິວັດຕົນເອງຂອງພັກເປັນຫຼັກການພື້ນຖານ, ຍຶດໝັ້ນ ແລະ ເພີ່ມທະວີການນຳພາຢ່າງຮອບດ້ານຂອງພັກ, ການນຳພາຢ່າງເປັນເອກະພາບ ແລະ ແບບລວມສູນຂອງສູນກາງພັກ, ຈັດຕັ້ງປະຕິບັດຄຳຮຽກຮ້ອງຕ້ອງການລວມດ້ານການກໍ່ສ້າງພັກໃນຍຸກໃໝ່, ຊຸກຍູ້ການຄຸ້ມຄອງພັກແລະບໍລິຫານພັກ ດ້ວຍແນວຄິດທີ່ເປັນລະບົບ ແລະ ວິທີທີ່ຖືກຕ້ອງກັບຫຼັກວິທະຍາສາດ, ປັບປຸງລະບົບຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ສົມບູນຂຶ້ນຕື່ມອີກ.