ອົງການການຄ້າໂລກຕີລາຄາສູງຕໍ່ການປະກອບສ່ວນຂອງຈີນໃນຂົງເຂດ “ການຊ່ວຍເຫຼືອດ້ານການສົ່ງເສີມການຄ້າ”

2024-06-28 10:33:56 CRI


ກອງປະຊຸມພິຈາລະນາ “ການຊ່ວຍເຫຼືອດ້ານການສົ່ງເສີມການຄ້າໂລກ”ຄັ້ງທີ 9 ຂອງອົງການການຄ້າໂລກ ຫຼື WTO ໄດ້ຈັດຂຶ້ນຢູ່ນະຄອນເຊີແນວປະເທດສະວິດ ລະຫວ່າງວັນທີ 26-28 ມິຖຸນານີ້. ໃນໄລຍະດຳເນີນກອງປະຊຸມ, ມາດຕະການທີ່ຕັ້ງໜ້າຕ່າງໆຂອງຈີນ, ເຊັ່ນ, ປະຕິບັດຕາມຂໍ້ລິເລີ່ມການພັດທະນາທົ່ວໂລກ, ຊ່ວຍເຫຼືອປະເທດພວມພັດທະນາອື່ນໆຍົກສູງຄວາມສາມາດດ້ານການຄ້າ ແລະອື່ນໆໄດ້ຮັບຄວາມຊົມເຊີຍເປັນຢ່າງສູງຈາກຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມ.

 

ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຕີລາຄາຢ່າງຕັ້ງໜ້າຕໍ່ວຽກງານຂອງຈີນໃນການຊ່ວຍເຫຼືອດ້ານການສົ່ງເສີມການຄ້າ. ທ່ານເກິດ ມູນເລີ ຜູ້ອຳນວຍການໃຫຍ່ອົງການພັດທະນາອຸດສາຫະກຳອົງການສະຫະປະຊາຊາດກ່າວວ່າ, ໂຄງການຊ່ວຍເຫຼືອຕ່າງໆຂອງຈີນໄດ້ຊຸກຍູ້ກຳລັງການຜະລິດຂອງປະເທດດ້ອຍພັດທະນາຢ່າງ ແຂງແຮງ, ຊຸກຍູ້ຂະບວນການພັດທະນາແບບຍືນຍົງຂອງປະເທດເຫຼົ່ານັ້ນ. ທ່ານລາມານ ຫົວໜ້າພະແນກການພັດທະນາຂອງກອງເລຂາອົງການການຄ້າໂລກກ່າວວ່າ, ຈີນເປັນປະເທດຈຸດໝາຍປາຍທາງດ້ານຕະຫຼາດໃຫຍ່ທີ່ສຸດສຳລັບການສົ່ງອອກສິນຄ້າຂອງປະເທດດ້ອຍພັດທະນາມາໂດຍຕະຫຼອດ, ການພັດທະນາຂອງຈີນໄດ້ສ້າງແຮງຂັບເຄື່ອນ ແລະ ບົດຮຽນໃຫ້ກັບປະເທດພວມພັດທະນາອື່ນໆ, ການຊ່ວຍເຫຼືອດ້ານການຄ້າຂອງຈີນໄດ້ຊຸກຍູ້ໃຫ້ປະເທດດ້ອຍພັດທະນາບັນລຸການພັດທະນາຂອງຕົນ.