ຜົນການສຳຫຼວດຄວາມເຫັນຂອງCGTN ເປີດເຜີຍສະພາບອາເມຣິກາໃນສາຍຕາຂອງຄົນອາຊີ

2024-06-28 15:51:03 CRI


ຫວ່າງບໍ່ດົນມານີ້, ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບມະຫາວິທະຍາໄລປະຊາຊົນຈີນ, ໂດຍຜ່ານສະຖາບັນຄົ້ນຄວ້າການສື່ສານສາກົນຍຸກໃໝ່ ໄດ້ດຳເນີນການສຳຫຼວດຄວາມເຫັນຂອງຜູ້ຕອບແບບສອບຖາມຢູ່ປະເທດໃນອາຊີ ໂດຍສະແດງໃຫ້ເຫັນວ່າ, ຄຳທີ່ວ່າ ວຽກງານພາຍໃຈປະເທດວຸ້ນວາຍ, ມັກແຊກແຊງວຽກງານພາຍໃນຂອງປະເທດອື່ນ, ເມົານຳແຕ່ສົງຄາມ, ມະຫາອຳນາດ ແລະ ທຽວໃຊ້ອຳນາດບາດໃຫຍ່ ເປັນຄຳສັບທີ່ປາກົດເຫັນຫຼາຍທີ່ສຸດຕໍ່ພາບພົດຂອງອາເມຣິກາ.

 

ຜູ້ຕອບແບບສອບຖາມຢູ່ອາຊີເຫັນວ່າ, ອາເມຣິກາມັກອວດຕົນເອງເປັນທວນໄຟເຍືອງທາງປະຊາທິປະໄຕ ແລະ ເປັນແບບຢ່າງດ້ານລະບຽບການສັງຄົມ, ແຕ່ ຊິ ເຊື່ອຖືບໍ່ໄດ້ຢູ່ຕໍ່ໜ້າສະພາບຄວາມເປັນຈິງ. ໃນການສຳຫຼວດຄວາມເຫັນ, ຜູ້ຕອບແບບສອບຖາມ 84.4% ເຫັນວ່າ ເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໄດ້ກາຍເປັນມະເຮັງທາງສັງຄົມຂອງອາເມຣິກາ; 75.4% ເຫັນວ່າ ຢູ່ອາເມຣິກາມີບັນຫາຈຳແນກເຊື້ອຊາດຜິວພັນທີ່ມີລັກສະນະເປັນລະບົບ; 75.8% ເຫັນວ່າ ຄວາມແຕກກັນໂຕນລະຫວ່າງຜູ້ຮັ່ງມີກັບຜູ້ທຸກຍາກຢູ່ໃນສັງຄົມອາເມຣິການັບມື້ນັບຂະຫຍາຍວົງກວ້າງອອກ; 69.9%ເຫັນວ່າ ອາເມຣິກາເປັນປະເທດທີ່ມີບັນຫາຢາເສບຕິດຮ້າຍແຮງທີ່ສຸດ.

 

ຫຼັງຈາກຜ່ານສົງຄາມໂລກສອງຄັ້ງ ແລະ ສົງຄາມເຢັນແລ້ວອາເມຣິກາໄດ້ກາຍເປັນປະເທດເຂັ້ມແຂງທີ່ສຸດຢູ່ໃນໂລກ, ຈາກນັ້ນກໍຍິ່ງມີຄວາມບັງອາດເຮັດຕາມລຳພັງໃຈ, ທັງອອກແຮງສະແຫວງຫາ ແລະ ຮັກສາຖານະການເປັນມະຫາອຳນາດຂອງຕົນ. ຜົນການສຳຫຼວດຄວາມເຫັນສະແດງໃຫ້ເຫັນວ່າ, ຜູ້ຕອບແບບສອບຖາມຢູ່ອາຊີ 69.1%ໄດ້ຕຳໜິອາເມຣິກາໃຊ້ສອງມາດຕະການຕໍ່ລະບຽບສາກົນ; 64.4% ເຫັນວ່າ ອາເມຣິກາໃຊ້ມາດຕະການລົງໂທດພຽງລຳພັງແຕ່ຝ່າຍດຽວຕໍ່ປະເທດອື່ນ ເປັນການບັງຄັບນາບຂູ່ທາງດ້ານເສດຖະກິດ ແລະການກະທຳແບບມະຫາອຳນາດ.

 

ການສຳຫຼວດຄວາມເຫັນດັ່ງກ່າວແມ່ນໄດ້ສອບຖາມ 2009 ຄົນຈາກ 10 ປະເທດໃນອາຊີ.