ທ່ານໂທມາສ ບາສ ກ່າວວ່າ ຍິນດີຮ່ວມກັບ CMG ຊຸກຍູ້ໃຫ້ງານກິລາໂອລິມປິກປາຣີປະສົບຜົນສຳເລັດອັນໂດດເດັ່ນ

2024-06-29 11:55:46 cri

ວັນທີ 25 ມິຖຸນານີ້, ທ່ານໂທມາສ ບາສ ປະທານຄະນະກຳມະການໂອລິມປິກສາກົນໄດ້ຕອບຈົດໝາຍເຖິງທ່ານເຊິ້ນໄຫຊົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເພື່ອສະແດງຄວາມຂອບໃຈຕໍ່ CMG ທີ່ໄດ້ສົ່ງຄຳອວຍພອນຕໍ່ວັນໂອລິມປິກປີ 2024 ແລະ ຫວັງວ່າຈະໄດ້ຮ່ວມກັບ CMG ຊຸກຍູ້ໃຫ້ງານກິລາໂອລິມປິກປາຣີປະສົບຜົນສຳເລັດອັນໂດດເດັ່ນ.


ໃນຈົດໝາຍຕອບຂອງທ່ານບາສລະບຸວ່າ: ວັນໂອລິມປິກປີນີ້ພໍດີໃກ້ກັບວັນເປີດງານກິລາໂອລິມປິກປາຣີປີ 2024, ຄ່ານິຍົມໂອລິມປິກຈະມີຄວາມໝາຍສຳຄັນກວ່າທຸກເວລາທີ່ຜ່ານມາ. ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າຫວັງວ່າ ພວກເຮົາສາມາດສືບຕໍ່ເພີ່ມທະວີການຮ່ວມມືກັນ ເພື່ອຮ່ວມກັນຊຸກຍູ້ໃຫ້ງານກິລາໂອລິມປິກປາຣີປີ 2024 ປະສົບຜົນສຳເລັດອັນໂດດເດັ່ນ.


ທ່ານໂທມາສ ບາສ ກ່າວເນັ້ນໜັກວ່າ: ໃນຖານະເປັນຄູ່ຮ່ວມມືຍາວນານຂອງຄະນະກຳມະການໂອລິມປິກສາກົນ, CMG ໄດ້ເສີມຂະຫຍາຍບົດບາດທີ່ທົດແທນບໍ່ໄດ້ ໃນຂະບວນການສະແດງມົນສະເໜ່ຂອງງານກິລາໂອລິມປິກຕໍ່ຜູ້ຊົມຈີນ ກໍຄືຜູ້ຊົມທົ່ວໂລກ. ຂໍອວຍພອນໃຫ້ການຖ່າຍທອດ-ລາຍງານຂ່າວງານກິລາໂອລິມປິກປາຣີປີ 2024 ຂອງ CMG ຈົ່ງປະສົບຜົນສຳເລັດອັນຈົບງາມ ແລະ ຄອງຄອຍພົບກັບທ່ານອີກຢູ່ນະຄອນຫຼວງປາຣີໃນອີກບໍ່ດົນຂ້າງໜ້ານີ້.