ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເປຣູ

2024-06-29 15:28:54 CRI

ຕອນບ່າຍວັນທີ 28 ມິຖຸນານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງດີນາ ໂບລົວເຕ ປະທານາທິບໍດີເປຣູທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.


ທ່ານສີຈິ້ນຜິງກ່າວວ່າ: ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ເປຣູ, ຍິນດີຮ່ວມກັບຝ່າຍເປຣູສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃຫ້ແໜ້ນແຟ້ນ, ລົງເລິກການຮ່ວມມືທີ່ແທ້ຈິງ, ຊຸກຍູ້ການຮຽນຮູ້ເຊິ່ງກັນແລະກັນທາງອາລະຍະທຳ, ເພີ່ມທະວີການປະສານງານລະຫວ່າງຫຼາຍຝ່າຍ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ເປຣູໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບອາເມຣິກາລາຕິນ, ຍິນດີພະຍາຍາມຮ່ວມກັບປະເທດອາເມຣິກາລາຕິນ ແລະ ປະເທດກາຣາອິບ ລວມທັງເປຣູ, ຊຸກຍູ້ການຮ່ວມມືໂດຍລວມລະຫວ່າງຈີນກັບອາເມຣິກາລາຕິນ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ອາເມຣິກາລາຕິນ.


ທ່ານນາງດີນາ ໂບລົວເຕກ່າວວ່າ: ໃນຊຸມປີຜ່ານມາ, ວິສາຫະກິດຈີນໄປລົງທຶນຢູ່ເປຣູ, ບໍ່ພຽງໄດ້ສ້າງຕຳແໜ່ງງານໃຫ້ແກ່ເປຣູຢ່າງຫຼວງຫຼາຍເທົ່ານັ້ນ, ແຕ່ຍັງໄດ້ນຳມາເຊິ່ງເຕັກນິກທີ່ທັນສະໄໝກ້າວໜ້າ ແລະ ບົດຮຽນອີກດ້ວຍ. ຝ່າຍເປຣູຈະສືບຕໍ່ເຄົາລົບຫຼັກການປະເທດຈີນດຽວຢ່າງເດັດດ່ຽວ, ສະໜັບສະໜູນບັນດາຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ, ຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການແລກປ່ຽນ ແລະ ປະສານງານໃນຂອບຫຼາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ ແລະ ອົງການເອເປັກ, ຮ່ວມກັນປົກປັກຮັກສາລັດທິຫຼາຍ, ຊຸກຍູ້ເສດຖະກິດໂລກແບບເປີດກວ້າງ.


ພາຍຫຼັງການພົບປະກັນສິ້ນສຸດລົງ, ຈີນ ແລະ ເປຣູໄດ້ປະກາດວ່າ ການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີລະຫວ່າງສອງຝ່າຍໄດ້ສຳເລັດລົງຢ່າງເປັນຮູບປະທຳ.