ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການຂອງຈີນໃນລາຍຮັບລາຍຈ່າຍສາກົນສຳລັບເດືອນພຶດສະພາປີນີ້ເພີ່ມຂຶ້ນ 7%

2024-06-29 15:42:00 cri

ອີງຕາມຂໍ້ມູນຫຼ້າສຸດຈາກອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນເດືອນພຶດສະພາປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ ແລະ ການບໍລິການຂອງຈີນໃນລາຍຮັບລາຍຈ່າຍສາກົນ ໄດ້ບັນລຸເຖິງ 4.059 ຕື້ 900 ລ້ານຢວນ, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກສິນຄ້າໄດ້ປຽບດຸນການຄ້າ 391 ຕື້ 400 ລ້ານຢວນ; ການຄ້າການບໍລິການໄດ້ຂາດດຸນການຄ້າ 152 ຕື້ 700 ລ້ານຢວນ.