ກອງທັບປົດປ່ອຍປະຊາຊົນຈີນປະຈຳຮົງກົງຈັດກິດຈະກຳເປີດຄ້າຍທະຫານໃຫ້ມວນຊົນໄດ້ເຂົ້າຊົມ

2024-06-30 14:04:46 cri

ເພື່ອສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 27 ປີ, ສ້າງບັນຍາກາດໃນສັງຄົມທີ່ປະເທດມີຄວາມສະຫງົບແລະຄອບຄົວປະຊາຊົນມີຄວາມສຸກ, ກອງທັບປົດປ່ອຍປະຊາຊົນຈີນປະຈຳຮົງກົງໄດ້ຈັດກິດຈະກຳເປີດຄ້າຍ “ວັນທີ 1 ກໍລະກົດ” ເພື່ອໃຫ້ມວນຊົນໄດ້ເຂົ້າຊົມໃນລະຫວ່າງວັນທີ 29-30 ມິຖຸນາ 2024 ເຊິ່ງໄດ້ເປີດຄ້າຍທະຫານເຂດອາງສວນໂຈ່ວ, ສືກາງແລະຊິ່ນເຫວີຍ.



ປີນີ້ແມ່ນຄັ້ງທີ 33 ທີ່ກອງທັບປົດປ່ອຍປະຊາຊົນຈີນປະຈຳຮົງກົງຈັດກິດຈະກຳເປີດຄ້າຍໃຫ້ມວນຊົນໄດ້ເຂົ້າຊົມ ເຊິ່ງລວມທັງກິດຈະກຳຄັ້ງນີ້ ໃນຕະຫຼອດໄລຍະ 27 ປີທີ່ຜ່ານມາ, ໄດ້ຕ້ອນຮັບຜູ້ຊົມລວມທັງໝົດຫຼາຍກວ່າ 800.000 ຄົນເຂົ້າຊົມ. ກິດຈະກຳດັ່ງກ່າວໄດ້ກາຍເປັນກິດຈະກຳຍີ່ຫໍ້ດັງທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຫຼາຍ, ໂດຍຜ່ານການເສີມຂະຫຍາຍເນື້ອໃນກິດຈະກຳໃຫ້ອຸດົມສົມບູນຢ່າງບໍ່ຢຸດຢັ້ງ, ໄດ້ສ້າງໂອກາດໃຫ້ແກ່ຊາວເມືອງ ໂດຍສະເພາະແມ່ນຊາວໜຸ່ມເຍົາວະຊົນທັງຫຼາຍເຂົ້າຊົມຄ້າຍທະຫານ, ເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງຕື່ມອີກຕໍ່ປະເທດຊາດກໍຄືກອງທັບປົດປ່ອຍປະຊາຊົນຈີນ.