ນາຍົກຈີນລົງນາມໃນດຳລັດລັດຖະບານວ່າດ້ວຍລະບຽບການຄຸ້ມຄອງແຮ່ທາດຫາຍາກ

2024-06-30 12:19:28 cri

ຫວ່າງມໍ່ໆມານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ລົງນາມໃນດຳລັດລັດຖະບານປະກາດລະບຽບວ່າດ້ວຍການຄຸ້ມຄອງແຮ່ທາດຫາຍາກ ໂດຍຈະເລີ່ມປະຕິບັດແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ. ກົດລະບຽບສະບັບນີ້ປະກອບມີ 32 ມາດຕາ ເຊິ່ງກຳນົດເນື້ອໃນຕົ້ນຕໍດັ່ງນີ້:

     ໜຶ່ງ: ກຳນົດຫຼັກການປະຕິບັດງານຄື ວຽກງານຄຸ້ມຄອງແຮ່ທາດຫາຍາກຕ້ອງປະຕິບັດຕາມຫຼັກການປະດິດສ້າງດ້ານວິທະຍາສາດເຕັກນິກ, ພັດທະນາຕາມທິດສີຂຽວ. ສອງ, ເພີ່ມທະວີການປົກປັກຮັກສາຊັບພະຍາກອນແຮ່ທາດຫາຍາກ, ກຳນົດຢ່າງຈະແຈ້ງວ່າ ຊັບພະຍາກອນແຮ່ທາດຫາຍາກເປັນຂອງລັດ, ລັດປະຕິບັດການຂຸດຄົ້ນແບບອະນຸລັກຕໍ່ຊັບພະຍາກອນແຮ່ທາດຫາຍາກ. ສາມ, ບູລະນະໂຄງປະກອບຄຸ້ມຄອງແຮ່ທາດຫາຍາກໃຫ້ສົມບູນ. ສີ່, ຊຸກຍູ້ການພັດທະນາອຸດສາຫະກແຮ່ທາດຫາຍາກດ້ວຍຄຸນນະພາບສູງ. ຫ້າ, ປັບປຸງລະບົບຕິດຕາມຄຸ້ມຄອງຕ່ອງໂສ້ແຮ່ທາດຫາຍາກແບບຄົບວົງຈອນໃຫ້ສົມບູນຂຶ້ນ, ສ້າງລະບຽບການສືບທາວຫາແຫຼ່ງຜະລິດຕະພັນ, ຄຸ້ມຄອງການຈໍລະຈອນສິນຄ້າຢ່າງເຂັ້ມງວດ. ຫົກ, ກຳນົດຢ່າງຈະແຈ້ງກ່ຽວກັບມາດຕະການຕິດຕາມຄຸ້ມຄອງ ແລະ ຄວາມຮັບຜິດຊອບທາງກົດໝາຍ.  ກຳນົດຄວາມຮັບຜິດຊອບທາງກົດໝາຍທີ່ກ່ຽວຂ້ອງຕໍ່ການກະທຳຜິດຕ່າງໆເຊັ່ນຂຸດຄົ້ນ, ຫຼໍ່ຫຼອມ, ໄຈ້ແຍກແຮ່ທາດຫາຍາກແບບຜິດກົດໝາຍແລະອື່ນໆ.