ຈີນສົ່ງດາວທຽມ “ChinaSat 3A” ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-06-30 14:02:36 cri

    ເວລາ 19 ໂມງ 57 ນາທີຂອງວັນທີ 29 ມິຖຸນາ 2024 ຕາມເວລາປັກກິ່ງ, ຢູ່ຖານສົ່ງຍານອະວະກາດເວີນຊ່າງແຂວງໄຫຫຼຳຂອງຈີນ, ໄດ້ສົ່ງດາວທຽມ “ChinaSat 3A” ຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານ “ສາງເຈິ່ງ 7, ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ພາລະກິດສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ດາວທຽມ“ChinaSat 3A”ເປັນດາວທຽມວິທະຍຸໂທລະຄົມ, ຈະນຳໃຊ້ເຂົ້າໃນການສະໜອງການບໍລິການດ້ານວຽກງານສື່ສານ, ຂໍ້ມູນ, ແລະ ສັນຍານວິທະຍຸໂທລະພາບໃຫ້ແກ່ຜູ້ຊົມໃຊ້.

    ເທື່ອນີ້ແມ່ນຈະຫຼວດສົ່ງຍານລະບົບ “ສ້າງເຈິ່ງ”ຂອງຈີນປະຕິບັດພາລະກິດເປັນຄັ້ງທີ 526.