ສະມາຊິກພັກລີພັບບລີກັນອາເມຣິກາຮຽກຮ້ອງໃຫ້ປົດຕຳແໜ່ງຂອງທ່ານໂຈ ໄບເດັນ ຍ້ອນທ່ານໂຕ້ວາທີບໍ່ໄດ້ເລື່ອງ

2024-06-30 16:00:51 cri

ວັນທີ 28 ມິຖຸນາ 2024 ນີ້, ທ່ານທອມ ຕິລິສ ສະມາຊິກພັກລີພັບບລີກັນອາເມຣິກາຢືນຢັນວ່າ: ໃນການໂຕ້ວາທີເພື່ອແຂ່ງຂັນເລືອກຕັ້ງປະທານາທິບໍດີ, ຄວາມເວົ້າຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາບໍ່ລ່ຽນໄຫຼ ແລະ ບໍ່ສາມາດຊີ້ແຈງນະໂຍບາຍຂອງຕົນຢ່າງຈະແຈ້ງໄດ້, ດັ່ງນັ້ນ, ຈຶ່ງບໍ່ເໝາະສົມທີ່ຈະສືບຕໍ່ເປັນຜູ້ນຳອາເມຣິກາ. ລັດຖະບານໂຈ ໄບເດັນຄວນພິຈາລະນາອີງໃສ່ມາດຕາທີ 25 ຂອງລັດຖະທຳມະນູນສະບັບປັບປຸງເພື່ອປົດຕຳແໜ່ງຂອງທ່ານໂຈ ໄບເດັນ, ລົງຄະແນນສຽງເພື່ອມອບອຳນາດແລະຕຳແໜ່ງໃຫ້ແກ່ຮອງປະທານາທິບໍດີອາເມຣິກາ.

ມາດຕາທີ 25 ຂອງລັດຖະທຳມະນູນອາເມຣິກາສະບັບປັບປຸງໄດ້ມີການດັດແກ້ແລະກຳນົດຂັ້ນຕອນກ່ຽວກັບຜູ້ປະຕິບັດໜ້າທີ່ແທນໃນເວລາທີ່ຕຳແໜ່ງຂອງປະທານາທິບໍດີແລະຮອງປະທານາທິບໍດີອາເມຣິກາວ່າງລົງຍ້ອນສາເຫດຕ່າງໆ, ພ້ອມທັງໄດ້ເພີ່ມມາດຕາໃໝ່ກ່ຽວກັບການໃຫ້ຮອງປະທານາທິບໍດີແລະສະມາຊິກໃນຄະນະລັດຖະບານພິຈາລະນາວ່າປະທານາທິບໍດີຈະສາມາດປະຕິບັດໜ້າທີ່ໄດ້ຕໍ່ໄປຫຼືບໍ່.